(vovworld) - ວັນທີ 31/8, ໂດຍສືບຕໍ່ການປະຕິບັດງານຢູ່ສະວິດ ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ຢ້ຽມຢາມນະຄອນ Basel ແລະ ຢ້ຽມຢາມບາງຮາກຖານວິສາຫະກິດຄື ບໍລິສັດການຢາ Rocher, ບໍລິສັດ Novartis ແລະ ສະຖາບັນເຂດຮ້ອນ.
ກ່ອນໜ້ານັ້ນ, ວັນທີ 30/8, ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມີການເຮັດວຽກກັບທ່ານລັດຖະມົນຕີເສດຖະກິດສະວິດ Johann Schineider Ammann ແລະ ທ່ານລັດຖະມົນຕີກະຊວງພາຍໃນ ຜູ້ຮັບຜິດຊອບຂົງເຂດສາທາລະນະສຸກ, ສຶກສາ, ຄົ້ນຄວ້າ ແລະ ວັດທະນະທຳ Alain Berset, ຢູ່ນະຄອນຫຼວງ Bern. ເນື້ອໃນຕົ້ນຕໍຂອງການເຮັດວຽກ 2 ຄັ້ງ ເພື່ອແນໃສ່ກວດກາບັນດາສັນຍາ, ຂໍ້ຕົກລົງກ່ຽວກັບການຮ່ວມມືເຊິ່ງບັນດາຄະນະຜູ້ແທນຂັ້ນສູງໄດ້ລົງນາມໃນຊຸມປີມໍ່ໆມານີ້ລະຫວ່າງສອງປະເທດ. ໃນການເຮັດວຽກກັບທ່ານລັດຖະມົນຕີເສດຖະກິດສະວິດ Johann Schineider Ammann, ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ໄດ້ຢືນຢັນວ່າ ສະວິດ ແມ່ນຄູ່ຮ່ວມືເສດຖະກິດສຳຄັນຂອງຫວຽດນາມ ຢູ່ເອີລົບ ແລະ ສະເໜີໃຫ້ລັດຖະບານສະວິດສົງເສີມ, ໜູນຊ່ວຍວິສາຫະກິດສະວິດ ລົງທຶນເຂົ້າຫວຽດນາມ. ສ່ວນທ່ານລັດຖະມົນຕີເສດຖະກິດສະວິດ Johann Schineider Ammann ກໍໃຫ້ຮູ້ວ່າ ປີ 2013 ທ່ານຈະນຳໜ້າຄະນະຜູ້ແທນບັນດາວິສາຫະກິດດີເດັ່ນຂອງວະວິດ ໃນບັນດາຂົງເຂດທະນາຄານ, ການເງິນ ແລະ ທ່ອງທ່ຽວ, ມາຢ້ຽມຢາມຫວຽດນາມ.
ໃນການພົບປະກັບທ່ານລັດຖະມົນຕີກະຊວງພາຍໃນ Alain Berset, ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການເພື່ອແນໃສ່ຊຸກຍູ້ການຮ່ວມມືສອງຝ່າຍໃນບັນດາຂົງເຂດຄື; ສາທາລະນະສຸກ, ການຢາ, ວິທະຍາສາດ ແລະ ເຕັກໂນໂລຊີ, ປະກັນສັງຄົມ, ວຽກເຮັດງານທຳ ແລະ ທ່ອງທ່ຽວກວ່າອີກ.