ຫວຽດນາມ ສະຫນັບສະຫນູນ ຊີຣີ ບົນພື້ນຖານເຄົາລົບບັນດາຫລັກການຂອງ ກົດບັດ ສະຫະປະຊາຊາດ.


ຫວຽດນາມ ສະຫນັບສະຫນູນ ຊີຣີ ບົນພື້ນຖານເຄົາລົບບັນດາຫລັກການຂອງ ກົດບັດ ສະຫະປະຊາຊາດ.  - ảnh 1
ທ່ານເອກອັກຄະລັດຖະທູດເລຮ່ວາຍຈູງ
ພາບ:TTX

(vovworld) - ວັນ​ທີ 16/2 ກ່າວ​ຄຳ​ເຫັນ​ໃນ​ການ​ປະຊຸມ​ຂອງ​ສະມັດຊາ​ໃຫຍ່ ສປຊ ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ສະພາບ​ການ​ຢູ່ ຊີຣີ, ທ່ານ ​ເລ​ຮ່ວາຍ​ຈູງ ​ເອກ​ອັກຄະ​ລັດຖະທູດ, ຫົວຫນ້າ​ຄະນະ​ຜູ້ຕາງຫນ້າ​ຂອງ​ຫວຽດນາມ ປະຈຳ ສປຊ ​ໄດ້​ສະ​ແດງ​ຄວາມ​ວິ​ຕົກ​ກັງວົນ​ຂອງ ຫວຽດນາມ ກ່ຽວ​ກັບ​ສະພາບ​ໃຊ້​ຄວາມ​ຮຸນ​ແຮງ, ຂາດ​ຄວາມ​ສະຖຽນ​ລະ​ພາບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ ທີ່​ພ​ວມ​ເພີ່ມ​ຂຶ້ນ​ຢູ່ ຊີຣີ ກໍ່ຜົນ​ສະທ້ອນ​ຢ່າງ​ຫນັກຫນ່ວງ​ເຖິງ​ປະຊາຊົນ, ທ່ານຍັງແບ່ງປັນຄວາມ​ປາດ​ຖະຫນາ​ລວມ ຂອງ​ປະຊາ​ຄົມ​ສາກົນວ່າ ຢາກ​ບັນດາ​ຝ່າຍ​ກ່ຽວຂ້ອງ​ຄວນລະງັບ​ໃຈ, ຢຸດຕິ​ສະພາບ​ໃຊ້​ຄວາມ​ຮຸນ​ແຮງ, ຊອກ​ຫາ​ມາດ​ຕະການ​ດ້ານ​ການ​ເມືອງ ຜ່ານ​ການ​ໂອ້​ລົມ​ສົນທະນາ ກໍ່ສ້າງ ​ແລະ ​ໄກ່​ເກ​ຍປອ່ງດອງ​ຊາດ ​ໃຫ້​ສອດ​ຄອ່ງກັບ​ຄວາມ       ​ມຸ້​ງມາດ​ປາດ​ຖະຫນາ​ຂອງ​ປະຊາຊົນ ຊີຣີ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮ່ວາຍ​ຈູງ ຢືນຢັນ​ວ່າ: ບັນດາ​ປະ​ເທດ ຄວນ​ເຄົາລົບ​ບັນດາ​ຈຸດໝາຍ, ຫລັກການ​ຂອງ​ກົດ​ບັດ ສປຊ, ກົດໝາຍ​ສາກົນ ພິ​ເສດ ​ແມ່ນ​ບັນດາ​ຫລັການ​ເຄົາລົບ​ເອກະລາດ, ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ບັນດາ​ປະ​ເທດ, ​ແກ້​ໄຂ​ການ​ປະ​ທະ​ກັນ​ໂດຍ​ສັນ​ຕິ​ວິທີ, ຮັບປະກັນ​ສິດ​ຕັດສິນ​ດ້ວຍ​ຕົນ​ເອງ​ຂອງ​ປະຊາຊົນ ຊີ​ຣີ  ສະ​ນັ້ນ ວິວັດ​ການ​ນີ້ ຕ້ອງ​ແມ່ນ​ປະຊາຊົນ ຊີຣີ ຕັດສິນ​ເອງ.

ຂ່າວ/ບົດ​ອື່ນ