ຫວຽດ​ນາມ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ບັນ​ດາ​ເພື່ອນ​ມິດ​ຊາວ​ອາ​ເມ​ລິ​ກາ ທີ່​ປະ​ກອບ​ສ່ວນ​ເຂົ້າ​ການ​ພົວ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ

(VOVWORLD) -ທ່ານນາງ Merle Ratner ແມ່ນນັກເຄື່ອນໄຫວຂະບວນການຝ່າຍຊ້າຍແຖວໜ້າຢູ່ ອາເມລິກາ, ເຂົ້າຮ່ວມຂະບວນການຕ້ານສົງຄາມຂອງ ອາເມລິກາ ຢູ່ຫວຽດນາມ ນັບແຕ່ຕອນມີອາຍຸ 13 ປີ.
ຫວຽດ​ນາມ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ບັນ​ດາ​ເພື່ອນ​ມິດ​ຊາວ​ອາ​ເມ​ລິ​ກາ ທີ່​ປະ​ກອບ​ສ່ວນ​ເຂົ້າ​ການ​ພົວ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ - ảnh 1ການນຳຫວຽດນາມ ປະຈຳ ສປຊ ແລະ ຜົວເມຍຂອງທ່ານນາງ Merle Ratner (ພາບ: VOV)

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ບັນດາການປະກອບສ່ວນຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍຂອງຄອບຄົວທ່ານນາງ Merle Ratner ໂດຍແມ່ນເພື່ອນມິດມາແຕ່ດົນນານ, ສະໜິດສະໜົມຂອງ ຫວຽດນາມ, ເມື່ອໄປຢ້ຽມຢາມສອງຜົວເມຍທ່ານນາງ ໃນທ້າຍອາທິດກ່ອນ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ສອງຜົວເມຍທ່ານນາງໄດ້ປະກອບສ່ວນເພີ່ມທະວີການພົວພັນທີ່ສະໜິດແໜ້ນລະຫວ່າງປະຊາຊົນສອງປະເທດໃນຫຼາຍທົດສະວັດທີ່ຜ່ານມາ, ທ່ານກໍ່ສະແດງຄວາມຊົມເຊີຍຕໍ່ບັນດາຂໍ້ລິເລີ່ມທີ່ມີລັກສະນະສ້າງສັນເພື່ອແນໃສ່ເພີ່ມທະວີປະສິດທິຜົນຂອງວຽກງານການທູດປະຊາຊົນຂອງ ຫວຽດນາມ. ທ່ານປາດຖະໜາວ່າ: ໃນໄລຍະຈະມາເຖິງ, ສອງທ່ານ ຈະສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວພົວພັນແລກປ່ຽນ, ເຊື່ອມຕໍ່ຫວຽດນາມ ກັບບັນດາຜູ້ຕາງໜ້າຂະບວນການຝ່າຍຊ້າຍ ຢູ່ ອາເມລິກາ, ພິເສດແມ່ນໄວໜຸ່ມ, ຊາວອາເມລິກາຜິວສີ ແລະ ຊາວເຊື້ອຊາດຫວຽດນາມ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ ແລະ ແລກປ່ຽນໝາກຜົນຂອງການຄົ້ນຄ້ວາພຶດຕິກຳຕົວຈິງກ່ຽວກັບລັດທິມາກເລນິນ, ສັງຄົມນິຍົມ.

ທ່ານນາງ Merle Ratner ແມ່ນນັກເຄື່ອນໄຫວຂະບວນການຝ່າຍຊ້າຍແຖວໜ້າຢູ່ ອາເມລິກາ, ເຂົ້າຮ່ວມຂະບວນການຕ້ານສົງຄາມຂອງ ອາເມລິກາ ຢູ່ຫວຽດນາມ ນັບແຕ່ຕອນມີອາຍຸ 13 ປີ. ທ່ານນາງ ແມ່ນຜູ້ຮ່ວມສ້າງຕັ້ງ ແລະ ປະສານງານອົງການຂົນຂວາຍການກູ້ຊ່ວຍ ແລະ ຮັບຜິດຊອບຕໍ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ (VAORRC). ທ່ານ ໂງແທັງເຍິນ, ສາມີຂອງທ່ານນາງ Merle Ratner ແມ່ນ ປ.ອ ພາສາສາດ ຢູ່ມະຫາວິທະຍາໄລ ນິວຢອກ, ທ່ານໄດ້ເຂົ້າຮ່ວມບວນການຕ້ານສົງຄາມຂອງອາເມລິກາ ຢູ່ ຫວຽດນາມ ນັບແຕ່ປີ 1960 – 1969 ແລະ ກໍ່ເປັນຜູ້ປະສານງານຮ່ວມ

ຕອບກັບ

ຂ່າວ/ບົດ​ອື່ນ