ຫວຽດນາມ ສະໜັບສະໜູນການຕ້ານການແຜ່ຂະຫຍາຍ ແລະ ຫຼຸດຜ່ອນອາວຸດລ້າງຜານ
(VOVWORLD) - ວັນທີ 22 ທັນວາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມອອນລາຍ ກ່ຽວກັບສະພາບການປະຕິບັດ ມະຕິເລກທີ 2231 ຂອງ ສະພາຄວາມໝັ້ນຄົງ, ເຊິ່ງເປັນມະຕິທີ່ສະໜັບສະໜູນການຜັນຂະຫຍາຍໂຄງການກະທຳລວມຮອບດ້ານ ປີ 2015 ຫຼືເອີ້ນຫຍໍ້ວ່າ JCPOA.
ກອງປະຊຸມອອນລາຍ ຂອງສະພາຄວາມໝັ້ນຄົງ, ສປຊ ທີ່ຈັດຂຶ້ນໃນວັນທີ 22 ທັນວາ |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມຫ໋າຍແອັງ ເອກອັກຄະລັດຖະທູດ, ອຸປະທູດຊົ່ວຄາວ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນຫຼັກໝັ້ນລຸລ່ວງຂອງ ຫວຽດນາມ ໃນການສະໜັບສະໜູນການຕ້ານການແຜ່ຂະຫຍາຍ ແລະ ຫຼຸດຜ່ອນອາວຸດລ້າງຜານ, ໃນນັ້ນ ມີອາວຸດນິວເຄຼຍ. ທ່ານເອກອັກຄະລັດຖະທູດກໍຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນມະຕິສະບັບເລກທີ 2231 ແລະ ສັນຍາ JCPOA, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງລະງັບໃຈ, ຫຼີກລ້ຽງການກະທຳທີ່ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຖືກຫຼຸດໜ້ອຍຖອຍລົງ ແລະ ຄວາມເຄັ່ງຕຶງປີນຂັ້ນໄດ, ຈົ່ງດຳເນີນການເຈລະຈາ ແລະ ໄກເກ່ຍ ເພື່ອແກ້ໄຂບັນດາຄວາມແຕກຕ່າງກັນ.
ນັກຂ່າວ VOV ປະຈຳ ອາເມລິກາ