ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ AL ແລະ ສ​ປ​ຊ

(VOVWORLD) -ເຖິງຢ່າງໃດກໍ່ຕາມ, ຕໍ່ໜ້າສະພາບການຢູ່ພາກພື້ນ ຕາເວັນອອກກາງ, ອາບຟຼິກກາເໜືອມີສິ່ງທ້າທາຍຫຼາຍຢ່າງຄືໃນປັດຈຸບັນ, ຄວນເພີ່ມທະວີການຮ່ວມມືລະຫວ່າງ AL ແລະ ສປຊ, ໃນນັ້ນມີການເພີ່ມທະວີການແລກປ່ຽນລະຫວ່າງ AL ແລະ ກັບບັນດາທູດພິເສດຂອງ ສປຊ ຢູ່ບັນດາພາກພື້ນທີ່ເກີດການປະທະກັນ ແລະ ບົດບາດຂອງຫ້ອງວ່າການຕາງໜ້າຂອງ ສປຊ ປະຈຳ AL
ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ AL ແລະ ສ​ປ​ຊ - ảnh 1ກອງປະຊຸມທາງອອນລາຍປຶກສາຫາລືກ່ຽວກັບການຮ່ວມມືກັບ ສະຫະພັນ ອາຣັບ (AL)

ວັນທີ 18 ມັງກອນ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍປຶກສາຫາລືກ່ຽວກັບການຮ່ວມມືກັບ ສະຫະພັນ ອາຣັບ (AL). ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເອກອັກຄະລັດຖະທູດ  ຟ້າມຫ໋າຍແອັງ ອຸປະທູດຊົ່ວຄາວ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນວ່າ ດ້ວຍ ປະສົບການໃນ 75 ປີຜ່ານມາ, AL ມີກຳລັງຄວາມສາມາດ ແລະ ບົດບາດເໝາະສົມເພື່ອນຳພາບັນດາຄວາມມານະພະຍາຍາມຂອງພາກພື້ນ, ເປັນຕົ້ນແມ່ນໃນການແກ້ໄຂບັນດາການປະທະກັນທີ່ຄົງຕົວແຕ່ດົນນານມາແລ້ວ. ເຖິງຢ່າງໃດກໍ່ຕາມ, ຕໍ່ໜ້າສະພາບການຢູ່ພາກພື້ນ ຕາເວັນອອກກາງ, ອາບຟຼິກກາເໜືອມີສິ່ງທ້າທາຍຫຼາຍຢ່າງຄືໃນປັດຈຸບັນ, ຄວນເພີ່ມທະວີການຮ່ວມມືລະຫວ່າງ AL ແລະ ສປຊ, ໃນນັ້ນມີການເພີ່ມທະວີການແລກປ່ຽນລະຫວ່າງ AL ແລະ ກັບບັນດາທູດພິເສດຂອງ ສປຊ ຢູ່ບັນດາພາກພື້ນທີ່ເກີດການປະທະກັນ ແລະ ບົດບາດຂອງຫ້ອງວ່າການຕາງໜ້າຂອງ ສປຊ ປະຈຳ AL. ຜູ້ຕາງໜ້າ ຫວຽດນາມ ກໍ່ເນັ້ນໜັກເຖິງຄວາມຈຳເປັນຕ້ອງປະຕິບັດບັນດາຫຼັກການຂອງ ສປຊຄືເຄົາລົບເອກະລາດ, ປະຊາທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ບໍ່ແຊກແຊງເຂົ້າວຽກງານພາຍໃນ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍ່ສືບຕໍ່ສະໜັບສະໜູນການຕໍ່ສູ້ເພື່ອຄວາມຊອບທຳ ຂອງປະຊາຊົນປະແລັດສະຕິນ, ສະໜັບສະໜູນວິທີການ ສອງລັດຄົງຕົວໃນສັນຕິພາບ ກັບເສັ້ນຊາຍແດນ 1967 ໃນນັ້ນ Jerusalem ຕາເວັນອອກ ຈະແມ່ນ ນະຄອນຫຼວງຂອງປະເທດປາແລັດສະຕິນ ໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ