ຫວຽດນາມ ສ້າງຄວາມປະທັບໃຈໃນການພັດທະນາຂອງ ອາຊຽນ

(VOVWORLD) - ເມື່ອຕອບສຳພາດຕໍ່ສື່ມວນຊົນເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ, ທ່ານ ຫງວຽນຮ່ວາງນຳ ເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ອາຊຽນ ເນັ້ນໜັກວ່າ
ຫວຽດນາມ ສ້າງຄວາມປະທັບໃຈໃນການພັດທະນາຂອງ ອາຊຽນ - ảnh 1(ພາບປະກອບ) 

ປະຈຸບັນ ອາຊຽນ ແມ່ນອົງການພາກພື້ນ ປະກອບມີ 10 ປະເທດອາຊີຕາເວັນອອກສຽງໃຕ້ຢ່າງຄົບຖ້ວນ, ມີບົດບາດນັບມື້ນັບສຳຄັນ ໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ. ທ່ານເອກອັກຄະລັດຖະທູດ ຫງວຽນຮ່ວາງນຳ ຊີ້ແຈ້ງວ່າ: ໃນ 22 ປີນັບແຕ່ເມື່ອເຂົ້າຮ່ວມ ອາຊຽນ, ຫວຽດນາມ ຕັ້ງໜ້າ ແລະ ເປັນເຈົ້າການເຂົ້າຮ່ວມບັນດາວຽກງານຂອງ ອາຊຽນ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງ ອາຊຽນ. ຫວຽດນາມ ຍາມໃດກໍ່ຕັ້ງໜ້າປະກອບສ່ວນໃນການຊຸກຍູ້ຄວາມສາມັກຄີ, ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ, ພິເສດແມ່ນໃນການຮັກສາສັນຕິພາບ, ຄວາມສະຫງົບປອດໄພຢູ່ພາກພື້ນ, ໃນນັ້ນ ມີບັນຫາທະເລຕາເວັນອອກ. ທ່ານເອກອັກຄະລັດຖະທູດເນັ້ນໜັກວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດນຳໜ້າ ໃນການຜັນຂະຫຍາຍບັນດາການກະທຳໃນແຜນການ, ໂຄງການຕ່າງໆຂອງ ອາຊຽນ, ຜ່ານນັ້ນ, ປະກອບສ່ວນໃຫ້ການສ້າງຕັ້ງ ແລະ ພັດທະນາຂອງປະຊາຄົມ ອາຊຽນ ຄືປະຈຸບັນ. ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ບັນດາບາດກ້າວພັດທະນາຂອງ ອາຊຽນ ລ້ວນແຕ່ມີການປະກອບສ່ວນຂອງ ຫວຽດນາມ.

        ຕາມທ່ານເອກອັກຄະລັດຖະທູດແລ້ວ, ດ້ວຍແຜນນະໂຍບາຍຖືເປັນສຳຄັນທີ່ຕັ້ງ ແລະ ບົດບາດຍຸດທະສາດຂອງ ອາຊຽນ, ຫວຽດນາມ ຈະສືບຕໍ່ຕັ້ງໜ້າ, ເປັນເຈົ້າການປະກອບສ່ວນເຂົ້າວິວັດທະນາການພັດທະນາຂອງ ອາຊຽນ ໃນໄລຍະຈະມາເຖິງ ໂດຍຜ່ານບັນດາຂໍ້ລິເລີ່ມ ແລະ ການກະທຳລະອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ