ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ຕ້ອນຮັບທ່ານ Tsutomo Takebe
(vovworld) - ຕອນບ່າຍວັນທີ 16/03, ຢູ່ສຳນັກງານລັດຖະບານ ຫວຽດນາມ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານ Tsutomo Takebe ທີ່ປຶກສາພິເສດສຳພັນທະມິດສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ ແລະ ທ່ານ Shigenobu Nagamori, ປະທານກຸ່ມບໍລິສັດ Nidec, ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ລັດຖະບານ ຫວຽດນາມ ສ້າງທຸກເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ຍີ່ປຸ່ນ ດຳເນີນທຸລະກິດ ຢູ່ ຫວຽດນາມ ໃນນັ້ນ ມີ Nidec. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ລັດຖະບານ ຫວຽດນາມ ເອົາໃຈໃສ່ເປັນພິເສດເຖິງການພັດທະນາຂະແໜງອຸດສາຫະກຳໜູນຊ່ວຍ, ດັ່ງນັ້ນ ຈະສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ຍີ່ປຸ່ນ ໃນຂົງເຂດນີ້. ຫວຽດນາມ ມີຄວາມໄວ້ເນື້ອເຊື່ອໃຈທີ່ສຸດຕໍ່ອິດທິພົນຊື່ສຽງຂອງບັນດາວິສາຫະກິດ ຍີ່ປຸ່ນ ທີ່ພວມດຳເນີນທຸລະກິດຢູ່ ຫວຽດນາມ. ກ່ຽວກັບໂຄງການມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີຊົມເຊີຍ ແລະ ຖືວ່າ: ເລື່ອງປະກາດໃຊ້ກົດລະບຽບຂອງໂຮງຮຽນແມ່ນສິ່ງຈຳເປັນທີ່ສຸດ. ລັດຖະບານ ຫວຽດນາມ ສະໜັບສະໜູນ ແລະ ສ້າງທຸກເງື່ອນໄຂໃຫ້ໂຮງຮຽນເຄື່ອນໄຫວຢ່າງສະດວກ. ທ່ານນາຍົກລັດຖະມົນຕີເຊື່ອໝັ້ນວ່າ ມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ ຈະກາຍເປັນໜຶ່ງໃນບັນດາມະຫາວິທະຍາໄລທີ່ມີອິດທິພົນຊື່ສຽງທີ່ສຸດຢູ່ ຫວຽດນາມ.