ພິທີສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ - ອີຕາລີ
(ພາບ: vov.vn)
(vovworld) - ຕອນຄຳ່ວັນທີ 21/1 ຢູ່ ໂຮງລະຄອນ Auditorium Parco della Musica ຢູ່ນະຄອນຫຼວງ Roma ປະເທດ ອີຕາລີ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ - ອີຕາລີ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ພວມຢູ່ຢ້ຽມຢາມທາງລັດຖະກິດສາທາລະນະລັດ ອີຕາລີ ໄດ້ເຂົ້າຮ່ວມ. ກ່າວຄຳເຫັນນະພິທີ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິນມິນ ຊີ້ແຈ້ງວ່າ:
“ພິທີສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແມ່ນໂອກາດເພື່ອໃຫ້ພວກເຮົາທົບທວນຄືນອະດີດຕະການດ້ວຍນ້ຳໃຈອັນດີງາມ, ພ້ອມທັງມຸ້ງໄປເຖິງອະນາຄົດດ້ວຍບັນດາແງ່ຫວັງການຮ່ວມມືໃໝ່. ຄວາມໄວ້ເນື້ອເຊື່ອໄຈນີ້ນັບມື້ນັບໄດ້ຮັບການປັບປຸງຢ່າງໝັ້ນຄົງກ່ວາອີກ ເມື່ອ ຫວຽດນາມ ແລະ ອີຕາລີ ຫາກໍ່ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການ ເນື່ອງໃນການຢ້ຽມຢາມທາງລັດຖະກິດໄປຍັງ ສາທາລະນະລັດ ອີຕາລີ ຂອງທ່ານ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ເປັນຂີດໝາຍເປີດສາກໄລຍະໃໝ່ຂອງການພົວພັນ 2 ຝ່າຍ ດ້ວຍມາດຕະການລະອຽດຕ່າງໆນຳການພົວພັນໃຫ້ພັດທະນາຢ່າງມີປະສິດທິຜົນ, ເລີກເຊິ່ງ ແລະ ໝັ້ນຄົງ”