ຫວຽດນາມ - ອາເມລິກາ ຜັນຂະຫຍາຍໂຄງການຮ່ວມມືປ່ຽນແປງໃໝ່ການສຶກສາລະດັບປະລິນຍາຕີ
(VOVWORLD) -ຕອນບ່າຍວັນທີ 1 ສິງຫາ, ຢູ່ຮ່າໂນ້ຍ, ອົງການພັດທະນາສາກົນ ອາເມລິກາ (USAID) ໄດ້ເລີ່ມດຳເນີນໂຄງການຮ່ວມມືທີ່ແກ່ຍາວເປັນເວລາ 5 ປີ ກັບ 3 ມະຫາວິທະຍາໄລແຖວໜ້າ ຫວຽດນາມ ດ້ວຍງົບປະມານກ່ວາ 14 ລ້ານ USD.
ຜູ້ແທນບັນດາຝ່າຍຮ່ວມມືເລີ່ມຕົ້ນໂຄງການຢ່າງເປັນທາງການ PHER (ພາບ: VOV) |
ໂຄງການມີຊື່ວ່າການຮ່ວມມືປ່ຽນແປງໃໝ່ການສຶກສາລະດັບປະລິນຍາຕີ (PHER), ດ້ວຍຄູ່ຮ່ວມມືແມ່ນມະຫາວິທະຍາໄລ Indiana, ອາເມລິກາ ຈະຮ່ວມມືກັບ 3 ມະຫາວິທະຍາໄລລວມມີ ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ແລະ ມະຫາວິທະຍາໄລ ດ່ານັ້ງ ເພື່ອແນໃສ່ປັບປຸງຄຸນນະພາບການສຶກສາ, ຊ່ວຍໃຫ້ບັນດາໂຮງຮຽນນີ້ ກາຍເປັນໂຮງຮຽນແບບຢ່າງຂອງພື້ນຖານການສຶກສາມະຫາວິທະຍາໄລໃນປັດຈຸບັນຢູ່ ຫວຽດນາມ. ທ່ານ ເຈິ່ນງອກແອັງ, ສາດສະດາຈານ ປ.ອ ຂອງມະຫາວິທະຍາໄລ Indiana - ອາເມລິກາ, ຜູ້ຮັບຜິດຊອບໂຄງການໃຫ້ຮູ້ວ່າ:
ໂຄງການນີ້ໄດ້ຍົກອອກ 4 ຂົງເຂດເພື່ອສຸມໃສ່ປະຕິຮູບ. ທີໜຶ່ງແມ່ນ ການຄຸ້ມຄອງ ບັນດາຂໍ້ກຳນົດລະບົບຂໍ້ມູນຂ່າວສານກ່ຽວກັບຍຸດທະສາດຂອງມະຫາວິທະຍາໄລ. ທີສອງ, ສຳຄັນກ່ວາສຳລັບມະຫາວິທະຍາໄລແມ່ນ ການສິດສອນ, ເຮັດແນວໃດໃຫ້ຄຸນນະພາບການບຳລຸງສ້າງຈະດີກ່ວາອີກ, ຄູສອນມີກຳລັງໜູນເພື່ອບຳລຸງສ້າງບັນດາທັກສະທີ່ນັກສຶກສາມີຄວາມຕ້ອງການ. ທີສາມແມ່ນການຄົ້ນຄ້ວາ ເຮັດແນວໃດເພື່ອໃຫ້ບັນດານັກວິທະຍາສາດໃນບັນດາມະຫາວິທະຍາໄລ ຫວຽດນາມ ສາມາດມີຄວາມກ້າວໜ້າ, ພິມຈຳໜ່າຍ ແລະ ຄົ້ນຄ້ວາລະດັບສາກົນ ແລະ ສຸດທ້າຍແມ່ນການເຊື່ອມຕໍ່, ເຮັດແນວໃດໃຫ້ການສິດສອນ, ການຄົ້ນຄ້ວາຢູ່ບັນດາມະຫາວິທະຍາໄລຈະມີການເຊື່ອມຕໍ່ກັບວິສາຫະກິດ, ສະຖານທີ່ຮັບສະໝັກພະນັກງານຢ່າງແທດຈິງ. ນີ້ແມ່ນ 4 ຂົງເຂດຫຼັກຂອງໂຄງການ.
ທີ່ເຫດການ, ທ່ານ Marc Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ຢັ້ງຢືນວ່າ: ອາເມລິກາໃຫ້ຄຳໝັ້ນສັນຍາຈະແມ່ນຄູ່ຮ່ວມມືໃນການໜູນຊ່ວຍຜົນສຳເລັດ ແລະ ຄວາມຍືນຍົງຄົງຕົວຢ່າງຍາວນານຂອງບັນດາຮາກຖານການສຶກສາ ຢູ່ ຫວຽດນາມ.