ຫວຽດ​ນາມ - ອາ​ເມ​ລິ​ກາ ຮ່ວມ​ມື​ກັນ ຊຸກ​ຍູ້​ພະ​ລັງ​ງານ​ທົດ​ແທນ ແລະ ນຳ​ໃຊ້​ພະ​ລັງ​ງານແບບ​ປະ​ຢັດ ແລະ ມີ​ປະ​ສິດ​ທິ​ຜົນ

(VOVWORLD) - USAID ໄດ້ຊ່ວຍນະຄອນດ່ານັ້ງ ສ້າງ 4 ນະໂຍບາຍ ແລະ ຂໍ້ກຳນົດຊຸກຍູ້ການກຳນົດທິດຍຸດທະສາດພັດທະນາ ພະລັງງານແຫ່ງຊາດ ຂອງ ຫວຽດນາມ ກາຍເປັນແຜນການກະທຳ ທີ່ເໝາະສົມ ໂດຍຜ່ານການສົ່ງເສີມການຜັນຂະຫຍາຍບັນດາລະບົບພະລັງງານສະອາດ ແລະ ພະລັງງານທີ່ກ້າວໜ້າ
ຫວຽດ​ນາມ - ອາ​ເມ​ລິ​ກາ ຮ່ວມ​ມື​ກັນ ຊຸກ​ຍູ້​ພະ​ລັງ​ງານ​ທົດ​ແທນ ແລະ ນຳ​ໃຊ້​ພະ​ລັງ​ງານແບບ​ປະ​ຢັດ ແລະ ມີ​ປະ​ສິດ​ທິ​ຜົນ - ảnh 1ບັນດາຜູ້ແທນເຂົ້າຮ່ວມພິທີ (ພາບ:  thoibaonganhang.vn)

ວັນທີ 16 ພະຈິກ, ຄະນະທູຕານຸທູດ ອາເມລິກາ ປະຈຳ ຫວຽດນາມ ແລະ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນ ດ່ານັ້ງ ໄດ້ຈັດພິທີສະຫຼູບໂຄງການຄວາມໝັ້ນຄົງດ້ານພະລັງງານຕົວເມືອງ ຫວຽດນາມ ຢູ່ ດ່ານັ້ງ. ດ້ວຍງົບປະມານ 2,7 ລ້ານ USD ໂດຍ USAID ອຸປະຖຳ, ໂຄງການໄດ້ຍູ້ແຮງການນຳໃຊ້ພະລັງງານແບບປະຢັດ ແລະ ມີປະສິດທິຜົນ ກໍ່ຄືພັດທະນາ ແລະ ຂຸດຄົ້ນບັນດາແຫຼ່ງພະລັງງານທົດແທນ.

ໃນນັ້ນ, ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, USAID ໄດ້ຊ່ວຍນະຄອນດ່ານັ້ງ ສ້າງ 4 ນະໂຍບາຍ ແລະ ຂໍ້ກຳນົດຊຸກຍູ້ການກຳນົດທິດຍຸດທະສາດພັດທະນາ ພະລັງງານແຫ່ງຊາດ ຂອງ ຫວຽດນາມ ກາຍເປັນແຜນການກະທຳ ທີ່ເໝາະສົມ ໂດຍຜ່ານການສົ່ງເສີມການຜັນຂະຫຍາຍບັນດາລະບົບພະລັງງານສະອາດ ແລະ ພະລັງງານທີ່ກ້າວໜ້າຄືລົດໄຟຟ້າ ແລະ ໄຟຟ້າແສງຕາເວັນທີ່ຕິດຕັ້ງຢູ່ເທິງຫຼັງຄາເຮືອນ. ທ່ານ Aler Grubbs ຜູ້ອຳນວຍການ USAID ປະຈຳ ຫວຽດນາມ ຊີ້ແຈ້ງວ່າ: ການຮ່ວມມືລະຫວ່າງ USAID ແລະ ນະຄອນດ່ານັ້ງ ໄດ້ປະກອບສ່ວນສ້າງຄວາມສະດວກເພື່ອໃຫ້ນະຄອນຫຼຸດຜ່ອນການນຳໃຊ້ພະລັງງານ ແລະ ການປ່ອຍອາຍພິດເຮືອນແກ້ວ. ຜ່ານນັ້ນ, ນະຄອນດ່ານັ້ງ ກໍ່ໄດ້ກາຍເປັນນະຄອນແບບຢ່າງຢູ່ ຫວຽດນາມ ໃນການຊຸກຍູ້ເປົ້າໝາຍປ່ອຍອາຍພິດລົງລະດັບ 0 ໃນປີ 2050

ຕອບກັບ

ຂ່າວ/ບົດ​ອື່ນ