ຫວຽດນາມ ຮັກສາ ແລະ ພັດທະນາບັນດາການພົວພັນທີ່ເປັນມູນເຊື້ອ

ຫວຽດນາມ ຮັກສາ ແລະ ພັດທະນາບັນດາການພົວພັນທີ່ເປັນມູນເຊື້ອ  - ảnh 1
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ບັງ​ກ​ຣາ​ເທດ Sharin Sharmin Chaudhury ແລະ ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ່ອງ​ທິ​ຟ໋ອງ

(vovworld) – ຢູ່ນອກວາ​ລະ​ປະ​ຊຸ​ມ​ຄົບ​ຄະ​ນະ​ຂອງກອງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ (IPU) ຄັ້ງ​ທີ 136, ຢູ່ Bhaka, ປະ​ເທດ ບັງ​ກ​ຣາ​ເທດ ໃນ​ວັນ​ທີ 3/4, ທ່ານ​ນາງ​ຮອງ​ປະ​ທານ​ສ​ະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ມີ​ການ​ເຈ​ລະ​ຈາ 2 ຝ່າຍ​ກັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ປະ​ເທດ​ເຈົ້າ​ພາບ Sharin Sharmin Chaudhury, ທ່ານ Jiko Luveni ປະ​ທານ​ສະ​ພາ​ແຫ່ງ​ຊາດ Fuji ແລະ ​ທ່ານ Irakli Kobakhidze ປະ​ທານ​ສະ​ພາ​ແຫ່ງ​ຊາດ Gruzia.

        ທີ່​ການ​ພົບ​ປະ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ບັງ​ກ​ຣາ​ເທດ Sharin Sharmin Chaudhury, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ່ອງ​ທິ​ຟ໋ອງ ເນັ້ນ​ໜັກ​ວ່າ ຫວຽດ​ນາມ ຖື​ເປັນ​ສຳ​ຄັນ ແລະ ປາດ​ຖະ​ໜາ​ຢາ​ກ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພ​າບ​ທີ່​ເປັນ​ມູນ​ເຊື້ອ ແລ​ະ ການ​ຮ່ວມ​ມື​ອັນ​ດີ​ງາມກ​ັບ ບັງ​ກ​ຣາ​ເທດ ກ່​ວາ​ອີກ.

        ທີ່​ການ​ພົບ​ປະ​ສອງ​ຝ່າຍ​ກັບທ່ານ Jiko Luveni ປະ​ທານ​ສະ​ພາ​ແຫ່ງ​ຊາດ Fuji, ທ່ານ​​ນາງຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ຢັ້ງ​ຢ​ືນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ​ກັບບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ, ໃນ​ນັ້ນ​ມີ​ການ​ພົວ​ພັນ​ກັບ Fuji.

        ເມື່ອ​ແລກ​ປ່ຽນ​ກັບທ່ານ Irakli Kobakhidze ປະ​ທານ​ສະ​ພາ​ແຫ່ງ​ຊາດ Gruzia, ທ່ານ​​ນາງຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ໄດ້​ຊີ້​ແຈ້ງ​ແຜນ​ນະ​ໂຍ​ບາຍ​ຂອງ ຫວຽດ​ນາມ ແມ່ນ​ຮັກ​ສາ ແລະ ພັດ​ທະ​ນາ​ບັນ​ດາ​ການ​ພົວ​ພັນ​ທ​ີ່​ເປັນ​ມູນ​ເຊື້ອ, ໃນ​ນັ້ນ​ມີ​ການ​ພົວ​ພັນ ຫວຽດ​ນາມ - Gruzia ແລະ ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ກັບ Gruzia, ພິ​ເສດ​ແມ່ນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ…


ຕອບກັບ

ຂ່າວ/ບົດ​ອື່ນ