(vovworld) – ກອງປະຊຸມຄັ້ງທີ 34 ຄະນະປະຈຳສະພາແຫ່ງຊາດໄດ້ສຳເລັດລາຍການເຮັດວຽກພາຍຫຼັງດຳເນີນເປັນເວລາ 3 ວັນແຕ່ວັນທີ 19 – 21/01. ກ່ອນທີ່ອັດກອງປະຊຸມ, ຕອນເຊົ້າວັນທີ 21/01, ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບການກະກຽມໃຫ້ກອງປະຊຸມໃຫຍ່ລັດຖະສະພາລະຫວ່າງຊາດໂລກຄັ້ງທີ 132 (IPU 132) ເຊິ່ງຈັດຂຶ້ນຢູ່ຮ່າໂນ້ຍ ໃນເດືອນ 03 ຈະມາເຖິງ. ລາຍງານທີ່ກອງປະຊຸມ, ທ່ານເຈີນວັນຮັ່ງ, ຫົວໜ້າຄະນະກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ໃຫ້ຮູ້ວ່າ, ມາຮອດປະຈຸບັນ, ວຽກງານກະກຽມດ້ານເນື້ອໃນ, ຂໍ້ມູນຂ່າວ, ໂຄສະນາ, ຕ້ອນຮັບ, ພະລາທິການ, ຄວາມປອດໄພໃຫ້ IPU 132 ໄດ້ສຳເລັດໂດຍພື້ນຖານແລ້ວ. ກ່າວຄຳເຫັນທີ່ວາລະອັດກອງປະຊຸມ, ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ, ຫົວໜ້າຄະນະຊີ້ນຳລະດັບລັດກ່ຽວກັບ IPU 132 ໃສ່ໃຈວ່າ ນີ້ແມ່ນເຫດການການຕ່າງປະເທດທີ່ມີຄວາມໝາຍດ້ານການເມືອງ, ສັງຄົມສຳຄັນທີ່ສຸດ, ດ້ວຍຂອບຂະໜາດໃຫຍ່ຖືກຈັດຂຶ້ນຢູ່ຫວຽດນາມ, ສະນັ້ນ ວຽກງານກະກຽມຕ້ອງລອບຂອບຖີ່ຖ້ວນເພື່ອໃຫ້ IPU 132 ບັນລຸຜົນສຳເລັດຢ່າງດີງາມ. ທ່ານປະທານສະພາແຫ່ງຊາດຫງວຽນຊິ່ງຮຸ່ງສະເໜີວ່າ.
“ພວກເຮົາຕ້ອງຕອບສະໜອງ ແລະ ປະຕິບັດໃຫ້ດີທີ່ສຸດ, ບັນດາກຳລັງຮັບໃຊ້ໃຫ້ກອງປະຊຸມຕ້ອງເຮັດຈົດສຸດຄວາມສາມາດຂອງຕົນເພື່ອໃຫ້ IPU 132 ບັນລຸຜົນສຳເລັດ. ຖືຜົນສຳເລັດຂອງເຫດການນີ້ ແມ່ນຜົນສຳເລັດລວມຂອງພວກເຮົາ. ບັນດາອົງການຂອງຄະນະຊີ້ນຳ, ອົງການຂອງສະພາແຫ່ງຊາດ, ນະຄອນຮ່າໂນ້ຍ ແລະ ພາກສ່ວນເຂົ້າຮ່ວມ ຕ້ອງເຮັດຈົດສຸດຄວາມສາມາດຂອງຕົນ. ໜ້າທີ່ຂອງພວກເຮົາແມ່ນຈັດຕັ້ງ, ຜັນຂະຫຍາຍກອງປະຊຸມໃຫຍ່ຄືແນວໃດໃຫ້ດີທີ່ສຸດ ແລະ ຕ້ອງເປັນເຂົ້າການທີ່ສຸດ”.