ຫວຽດ​ນາມ ​ຮັບ​ວັກ​ຊິນ ກັນ​ໂຄວິດ - 19 ຈຳ​ນວນ 1,5ລ້ານ​ໂດ​ສ​ຈາກ ຝ​ລັ່ງ ແລະ ອ​ີ​ຕາ​ລີ

(VOVWORLD) -ທ່ານຮອງລັດຖະມົນຕີການຕ່າງປະເທດ ໂຕແອັງຢຸງ ໄດ້ຕີລາຄາສູງການໜູນຊ່ວຍອັນລ້ຳຄ່າ, ທັນການຂອງລັດຖະບານ, ປະຊາຊົນຝລັ່ງ ແລະ ລັດຖະບານ, ປະຊາຊົນອີຕາລີ, ເພື່ອແນໃສ່ປະກອບສ່ວນຢ່າງແທດຈິງເຂົ້າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ.
ຫວຽດ​ນາມ ​ຮັບ​ວັກ​ຊິນ ກັນ​ໂຄວິດ - 19 ຈຳ​ນວນ 1,5ລ້ານ​ໂດ​ສ​ຈາກ ຝ​ລັ່ງ ແລະ ອ​ີ​ຕາ​ລີ - ảnh 1ພິທີມອບຮັບວັກຊິນກັນໂຄວິດ - 19 Astra Zeneca 1,5 ລ້ານໂດສ ໂດຍ ລັດຖະບານຝລັ່ງ ແລະ ລັດຖະບານ ອີຕາລີໜູນຊ່ວຍໃຫ້ແກ່ ຫວຽດນາມ ຜ່ານກົນໄກ COVAX

ຕາມຂໍ້ມູນຈາກໜ່ວຍປະຕິບັດງານຂອງລັດຖະບານກ່ຽວກັບການທູດວັກຊິນ, ຕອນເຊົ້າວັນທີ 14 ກັນຍາ, ພິທີມອບຮັບວັກຊິນກັນໂຄວິດ - 19 Astra Zeneca 1,5 ລ້ານໂດສ ໂດຍ ລັດຖະບານຝລັ່ງ ແລະ ລັດຖະບານ ອີຕາລີໜູນຊ່ວຍໃຫ້ແກ່ ຫວຽດນາມ ຜ່ານກົນໄກ COVAX, ໄດ້ດຳເນີນຢູ່ສຳນັກງານກະຊວງການຕ່າງປະເທດ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ໂຕແອັງຢຸງ ໄດ້ຕີລາຄາສູງການໜູນຊ່ວຍອັນລ້ຳຄ່າ, ທັນການຂອງລັດຖະບານ, ປະຊາຊົນຝລັ່ງ ແລະ ລັດຖະບານ, ປະຊາຊົນອີຕາລີ, ເພື່ອແນໃສ່ປະກອບສ່ວນຢ່າງແທດຈິງເຂົ້າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ. ນີ້ແມ່ນສິ່ງພິສູດໃຫ້ເຫັນການພັດທະນາຢ່າງຂະຫຍັນຂັນເຄື່ອນໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ກັບ ຝລັ່ງ ແລະ ອີຕາລີໃນຊຸມປີຜ່ານມາ, ກໍ່ຄືນ້ຳໃຈມິດຕະພາບ, ຄວາມສາມັກຄີ, ພ້ອມກັນແບ່ງປັນຄວາມຫຍຸ້ງຍາກ, ຜ່ານຜ່າໂລກລະບາດໂຄວິດ - 19. ມາຮອດປັດຈຸບັນ, ຝລັ່ງ ແລະ ອີຕາລີ ແມ່ນ 2 ໃນຈຳນວນບັນດາປະເທດສະມາຊິກ ສະຫະພາບເອີລົບ (EU) ໄດ້ໜູນຊ່ວຍວັກຊິນກັນໂຄວິດ - 19 ຫຼາຍທີ່ສຸດໃຫ້ແກ່ ຫວຽດນາມ.

ແລະກໍ່ໃນວັນທີ 14 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Toshimitsu Motegi ໄດ້ປະກາດວ່າ ປະເທດນີ້ຈະໜູນຊ່ວຍວັກຊິນກັນໂຄວິດ - 19 AstraZeneca 1,3 ລ້ານໂດສໃຫ້ແກ່ 4 ປະເທດ ແລະ ເຂດແຄວ້ນຢູ່ ອາຊີ ລວມມີ: ຫວຽດນາມ, ໄທ, ບຣູໄນ ແລະ ໄຕ້ຫວັນ (ຈີນ)

ຕອບກັບ

ຂ່າວ/ບົດ​ອື່ນ