ຫວຽດນາມ ຮ່ວມມືແກ້ໄຂຜົນຮ້າຍຢ່ອນຫລັງຈາກລູກລະເບີດບໍ່ທັນແຕກ

ຫວຽດນາມ ຮ່ວມມືແກ້ໄຂຜົນຮ້າຍຢ່ອນຫລັງຈາກລູກລະເບີດບໍ່ທັນແຕກ - ảnh 1
ບັນດາຜູ້ແທນເຂົ້າຮ່ວມພິທີລົງນາມ
ພາບ:nhandan.com.vn

(vovworld)-  ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື, ຫນູນ​ຊ່ວຍ​ໃນ​ຂົງ​ເຂ​ດ​ແກ້​ໄຂ​ຜົນ​ຮ້າຍຢ້ອນ​ຫລັງ​ຈາກລູກ​ລະ​ເບີດ​ບໍ່​ທັນ​ແຕກ ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ຕອນ​ເຊົ້າ​ວັນ​ທີ 27/3 ຢູ່ ຮ່າ​ໂນ້ຍ ລະຫວ່າງ​ອົງການ​ປະຈຳ​ຄະນະ​ຊີ້​ນຳ​ແຫ່ງ​ລັດ​ກ່ຽວ​ກັບ ​ໂຄງການ​​ເຄື່ອນ​ໄຫວ​ແຫ່ງ​ຊາດ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງຈາກ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ​ຫລັງ​ສົງ​ຄາມ”  ​ແລະ ສູນ​ສາກົນ ​ເຊີ​ແນວ ກ່ຽວ​ກັບ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ ມະນຸດສະທຳ ​ແລະ ສູນ​ສາກົນ (IC- VVAF). ຕາມ​ນັ້ນ​ແລ້ວ, ນັບ​ແຕ່​ນີ້​ມາ​ຮອດ​ປີ 2015, ສາມ​ຝ່າຍ​ຈະ​ຍົກ​ອອກ​ບັນດາ​ການ​ເລ​ືອກ​ເຟັ້ນກ່ຽວ​ກັບ​ມາດ​ຕະການ, ນະ​ໂຍບາຍ​ກໍ​ຄື​ໃຫ້​ຄຳທີ່​ປຶກສາ​ເພື່ອ​ຊ່ວຍ ຫວຽດນາມ ສືບ​ຕໍ່​ປະຕິບັດ​ບັນດາ​ໂຄງການ​​ເຄື່ອນ​ໄຫວແຫ່ງ​ຊາດ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຢ່າງ​ມີ​ປະສິດທິ​ຜົນ, ຫນູນ​ຊ່ວຍ ຫວຽດນາມ​ສ້າງ​ລະບົບ​ຄຸ້ມ​ຄອງ​ຄຸນ​ນະພາ​ບ​ໃນ​ວຽກ​ງານດັ່ງກ່າວ, ສ້າງ​ລະບົບ​ຂໍ້​ມູນ​ຂ່າວສານ ​ແລະ ລະບົບ​ຄຸ້ມ​ຄອງ​ອື່ນ​ທີ່​ຈຳ​ເປັນ​ໃຫ້​ແກ່​ການ​ສ້າງ​ແຜນການ, ສົມທົບ​ກັນ​ເຄື່ອນ
ຂ່າວ/ບົດ​ອື່ນ