ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດມີການກະທຳເພື່ອປົກປັກຮັກສາແຫຼ່ງຊັບພະຍາກອນທຳມະຊາດຊີວະນາໆພັນ
(VOVWORLD) -ວັນທີ 1 ຕຸລາ, ທ່ານ ເຈິ່ນຮົ່ງຮ່າ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ້ລອມ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ ຂອງ ສປຊ ກ່ຽວກັບ ຊີວະນາໆພັນ ດ້ວຍຫົວຂໍ້ “ການກະທຳຢ່າງຮີບດ່ວນກ່ຽວກັບຊີວະນາໆພັນ ເພື່ອການພັດທະນາແບບຍືນຍົງ” ຕາມຮູບການທາງອອນລາຍ.
ກອງປະຊຸມສຸດຍອດ ຂອງ ສປຊ ກ່ຽວກັບ ຊີວະນາໆພັນ ດ້ວຍຫົວຂໍ້ “ການກະທຳຢ່າງຮີບດ່ວນກ່ຽວກັບຊີວະນາໆພັນ ເພື່ອການພັດທະນາແບບຍືນຍົງ” (ພາບ:baotainguyenmoitruong.vn) |
ທ່ານລັດຖະມົນຕີເຈິ່ນຮົ່ງຮ່າ ໄດ້ຮຽກຮ້ອງໃຫ້ບັນດາປະເທດ ຈົ່ງພ້ອມກັນ ສຸມກຳລົງແຮງ, ສົມທົບກັນມີການກະທຳຢ່າງຮີບດ່ວນ, ເດັດດ່ຽວຂ້ຽວຂາດ ແລະ ແທດຈິງ ກ່ວາອີກເພື່ອປົກປັກຮັກສາ “ແຫຼ່ງຊັບພະຍາກອນອັນລ້ຳຄ່າ” ແມ່ນຊີວະນາໆພັນ, ພ້ອມທັງຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຊອບທຳຂອງບັນດາລຸ້ນຄົນໃນອະນາຄົດ.
ທ່ານເຈິ່ນຮົ່ງຮ່າ ໄດ້ຍົກອອກບັນດາການກະທຳຢ່າງລະອຽດເພື່ອແນໃສ່ຮຽກຮ້ອງໃຫ້ບັນດາປະເທດປະຕິບັດຄື: ສ້າງພື້ນຸນເສດຖະກິດຂຽວບົນພື້ນຖານການລົງທຶນໃສ່ແຫຼ່ງທຶນທຳມະຂາດ ທີ່ປ່ຽນແທນໃຫ້ແກ່ພື້ນຸນເສດຖະກິດໃນປັດຈຸບັນ ຫັນປ່ຽນ, ຈິນຕະນາການຈາກຮູບແບບການພັດທະນາເສດຖະກິດຂຸດຄົ້ນທຳມະຊາດ ໄປສູ່ພື້ນຸນເສດຖະກິດທີ່ອີງໃສ່ລະບົບນິເວດທຳມະຊາດ…