ຫວຽດນາມ ເຂົ້າຮ່ວມກອງປະຊຸມ AFMIS 2012 ຢູ່ ຮົ່ງກົງປະເທດຈີນ

 (vovworld) - ວັນ​ທີ 9/10, ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ​ຂອງ​ບັນດາ​ລັດຖະມົນຕີ​ການ​ເງິນ ອາ​ຊຽນ (AFMIS) ຄັ້ງ​ທີ 9 ​ໄດ້​​ໄຂ​ຂຶ້ນ​ຢູ່​ເຂດ​ປົກຄອງ​ພິ​ເສ​ດຮົ່ງກົງ ປະ​ເທດ​ຈີນ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ເຈົ້າ​ຫນ້າ​ທີ່​ຊັ້ນ​ນຳ​ຂອງ​ຂະ​ແຫນງ​ການ​ເງິນ - ທະນາຄານ​ໃນ​ພາກ​ພື້ນ ອາ​ຊຽນ ​ແລະ ​ໂລກ​ຫລາຍ​ທ່ານ. AFMIS ​ແມ່ນ​ການ​ເຄື່ອນ​ໄຫວ​ປະ​ຈຳປີ​ຂອງ​ການ​ຮ່ວມ​ມື​ດ້ານການ​ເງິນ ອາ​ຊຽນ ​ເພື່ອ​ມຸ່ງ​ໄປ​ເຖິງ​ເລື່ອງສ້າງ​ສະຫະ​ສະມາຄົມ​ກາຍ​ເປັນ​ຈຸດ​ນັດ​ພົບ​ອັນ​ດູດ​ດື່ມ​ສຳລັບ​ບັນດາ​ນັກ​ລົງທຶນ​ພາຍ​ໃນ ​ແລະ ນອກພາກ​ພື້ນ ອາ​ຊຽນ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປຶກສາ​ຫາລື, ທ່ານ Truong Tri Trung ​ ຮອງ​ລັດຖະມົນຕີ​ກະຊວງ​ການ​ເງິນ ຫວຽດນາມໃຫ້​ຮູ້​ວ່າ: ນັບ​ແຕ່​ຕົ້ນ​ປີ 2012, ຫວຽດນາມ ​ໄດ້​ກຳນົດ​​ໃຫ້​ບຸລິມະສິດ​ຮັກສາ​ສະພາບ​ແວດ​ລ້ອມ​ເສດຖະກິດ​ມະຫາ​ພາກ​ຢ່າງ​ໝັ້ນຄົງ ​ເພື່ອ​ແນ​ໃສ່​ຜ່ານ​ຜ່າ​ໄລຍະ​ທີ່​ຫຍຸ້ງຍາກ​ໃນ​ສະ​ເພາະ​ຫນ້າ ​ແລະ ມຸ່ງ​ໄປ​ສູ່​ເປົ້າ​ໝາຍ​ເຕີບ​ໂຕ​ຢ່າງ​ໝັ້ນຄົງ ​ແລະ ຍາວ​ນານ. ​ເພື່ອ​ປະຕິບັດ​ຄາດໝາຍດັ່ງກ່າວ​ໃຫ້​ໄດ້, ລັດຖະບານ ຫວຽດນາມ ​ໄດ້​ເປັນ​ເອກະ​ພາບ​ປະຕິບັດ​ບັນດາ​ມາດ​ຕະການ​ດ້ານ​ນະ​ໂຍບາຍ​ຄວມຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຮັກສາ​ການເຕີບ​ໂຕ​ໃນ​ລະດັບ​ທີ່​ເໝາະ​ສົມ ຕິດ​ພັນ​ກັບ​ການ​ປ່ຽນ​ໃຫມ່​ຮູບ​ແບບ​​ເຕີບ​ໂຕ ​ແລະ ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດ​ຖະກິດ​ຄືນ​ໃຫມ່,​ ຮັບປະກັນ​ຊີວິດ​ສັງຄົມ. ທ່ານ​ຮອງ​ລັດຖະມົນຕີ ​ເນັ້ນ​ຫນັກ​ວ່າ: ບັນດາ​ຄວາມ​ມານະ​ພະຍາຍາມ​ໃນ​ການ​ບໍລິຫານ​ເສດຖະກິດ​ຂອງ​ລັດຖະບານ ຫວຽດນາມ ​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ອັນ​ຕັ້ງຫນ້າ. ​ໄລ່​ຮອດ​ເດືອນ 9/2012, GDP ຂອງ​ຫວຽດນາມ ​ເພີ່ມ​ຕາມ​ທ່າ​ອ່ຽງ​ໄຕ​ມາດ​ນີ້ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ໄຕ​ມາດ​ກ່ອນ​ຢ່າງ​ລ່ຽນ​ຕິດ.

ຫວຽດນາມ ເຂົ້າຮ່ວມກອງປະຊຸມ AFMIS 2012 ຢູ່ ຮົ່ງກົງປະເທດຈີນ - ảnh 1
ທ່ານ Truong Chi Trung ​ ຮອງ​ລັດຖະມົນຕີ​ກະຊວງ​ການ​ເງິນ ຫວຽດນາມ
ກ່າວປາໃສທີ່ກອງປະຊຸມ
ພາບ:baotintuc.vn

ຕາມ​ຮອງ​ລັດຖະມົນຕີ​ກະຊວງ​ການ​ເງິນ ຫວຽດນາມ Truong Chi Trung, ​ໃນ 9​ເດືອນ​ຕົ້ນ​ປີ, ການ​ຄ້າ​ຕ່າງປະ​ເທດຂອງ ຫວຽດນາມ ກໍ​ບັນລຸ​ມູນ​ຄ່າ​ເພີ່ມ​ໃນ​​​ລະດັບ 34 ລ້ານ USD ​ເມື່ອ​ທຽບ​ໃສ​່ກັບ​ລະດັບ​ຂາດ​ດຸນກວ່າ 8 ຕື້ USD ​ໃນ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ​ໃນ​ນັ້ນ ພົ້ນ​ເດັ່ນ​ແມ່ນ​ກາ​ນສົ່ງ​ອອກ​ໄປ​ຍັງ​ຕະຫລາດ​ໃຫຍ່ ສອງ​ແຫ່ງ​ຂອງ​ຫວຽດນາມ​ຄື: ອາ​ເມ​ລິກາ ​ແລະ ສະຫະພາບ​ເອີ​ລົບ, ລ້ວນ​ແຕ່​ເພີ່ມ​ຂຶ້ນ​ເມື່ອທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ​ເລື່ອງ​ລັດຖະບານ ຫວຽດນາມ ສະ​ແດງ​ຄວາມ​ຕັດສິນ​ໃຈ ​ແລະ ໝັ້ນ​ໝາຍ ປະຕິບັດ​ບັນດາ​ນະ​ໂຍບາຍ​ຮັກສາ​ເສດຖະກິດ​ມະຫາພາກ​ເປັນ​ປົກກະຕິ ​ແລະ ຄວບ​ຄຸມ​ໄພ​ເງິນ​ເຟີ້, ຊຸກຍູ້​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່​​ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ພື້ນຖານ​ເສດຖະກິດ ຫວຽດນາມ​ພັດທະນາ​ຢ່າງ​ໝັ້ນຄົງ​ໃນ​ສະພາບ​ຄວາມ​ຫຍຸ້ງຍາກ​ເທົ່າ​ນັ້ນ ຫາກ​ຍັງ​ຊ່ວຍ​ຟື້ນ​ຟູ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນດາ​ນັກ​ລົງທຶນ​ທັງ​ພາຍ​ໃນ​ ​ແລະ ຕ່າງປະ​ເທດອີກດ້ວຍ. ທ່ານ Truong Chi Trung ​ ຮອງ​ລັດຖະມົນຕີ​ກະຊວງ​ການ​ເງິນ ຫວຽດນາມ ​ເນັ້ນ​ຫນັກ​ວ່າ ການ​ເຂົ້າຮ່ວມ AFMIS ຄັ້ງ​ນີ້, ຫວຽດນາມ ກໍ​ຄື​ທຸກ​ປະ​ເທດສະ​ມາ​ຊິກ​ຂອງ​ອາ​ຊຽນ ລ້ວນ​ແຕ່​ມີ​ຈຸດໝາຍລວມນັ້ນແມ່ນຢາກ​ແນະນຳ​ຕໍ່​ບັນດາ​ນັກ​ລົງທຶນ​ກ່ຽວ​ກັບ​ຜົນສຳ​ເລັດ​ໃນ​ການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ​ໃນ​ສະພາບ​ການ​ທີ່​ເສດຖະກິດ​ພາກ​ພື້ນ ​ແລະ ​ໂລກ​ພວມ​ປະສົບ​ກັບ​ຄວາ​ມຫຍຸ້ງຍາກ. ພ້ອມ​ກັນ​ນັ້ນ, ຜ່ານ​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ກໍ​ຢາກ​ຊີ້​ແຈງ​ສິ່ງ​ທ້າ​ທາຍ​ໃນ​ໄລ​ຍະ​ສັ້ນ ​ແລະ ​ໄລຍະ​ກາງ ຊຶ່ງ​ແຕ່​ລະ​ປະ​ເທດ ອາ​ຊຽນ ​ເວົ້າ​ສ​ະ​ເພາະ ​ແລະ ທັງ​ກຸ່ມ​ປະ​ເທດ ອາ​ຊຽນ ​ເວົ້າ​ລວມ ຕ້ອງ​ປະ​ເຊີນ​ຫນ້າ, ​ເຮັດ​ແຈ້ງ​ກວ່າ​ອີກ​ໃນ​ວຽກ​ງານ​ປະສານ​ສົມທົບ​ໃນ​ກຸ່ມ​ອາ​ຊຽນ​ເພື່ອ​ສ້າງ​ຄວາມ​ດຶງ​ດູດ​ບັນດາ​ນັກ​ລົງທຶນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ