(vovworld) - ກອງປະຊຸມສະມັດຊາໃຫຍ່ Interpol ຄັ້ງທີ 81 ດ້ວຍຫົວຂໍ້ວ່າ “ບັນດາສິ່ງທ້າທາຍທີ່ມີຕໍ່ຕຳຫຼວດໃນການຮັບມືກັບສະພາບອາດຊະຍາກຳໃຊ້ຄວາມຮຸນແຮງໃນປະຈຸບັນ” ຊິ່ງໄຂຂຶ້ນໃນວັນທີ 6/11, ຢູ່ນະຄອນຫຼວງ Roma, ປະເທດອີຕາລີ ຢ່າງເປັນທາງການ. ທ່ານພັນເອກ Dang Xuan Khang, ຫົວໜ້າຫ້ອງການ Interpol ຫວຽດນາມ ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ທີ່ກອງປະຊຸມສະມັດຊາໃຫຍ່ Interpol ຄັ້ງທີ 81, ດຳເນີນໄປແຕ່ວັນທີ 5 – 8/11, ໄດ້ສຸມໃສ່ປຶກສາຫາລືບັນດາສິ່ງທ້າທາຍທີ່ມີຕໍ່ກຳລັງຕຳຫຼວດຂອງບັນດາປະເທດໃນໂລກປະຈຸບັນຄື; ຄວາມສະຫງົບປອດໄພຢູ່ເຂດຊາຍແດນ, ອາດຊະຍາກຳ, ລັດທິກໍການຮ້າຍ ແລະ ອື່ນໆ.
ກ່ອນໜ້ານັ້ນ, ວັນທີ 5/11, ໃນຂອບເຂດຂອງກອງປະຊຸມ, ໄດ້ດຳເນີນກອງປະຊຸມລັດຖະມົນຕີ Interpol. ໃນບົດປະກອບຄຳເຫັນດ້ວຍຫົວຂໍ້ວ່າ “ອາດຊະຍາກຳໃຊ້ຄວາມຮຸນແຮງ ແລະ ກົດໝາຍຂອງຫວຽດນາມ ກ່ຽວກັບການປ້ອງກັນ ແລະ ຕ້ານອາດຊະຍາກຳໃຊ້ຄວາມຮຸນແຮງ”, ຄະນະຜູ້ແທນຫວຽດນາມ ຖືວ່າ ເພື່ອປ້ອງກັນຕ້ານອາດຊະຍາກຳຢ່າງມີປະສິດທິຜົນ ຮຽກຮ້ອງໃຫ້ຕ້ອງມີການຮ່ວມມື, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາປະເທດ ບົນພື້ນຖານສາມັກຄີ, ມິດຕະພາບ, ເຄົາລົບຄວາມເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ. ຫວຽດນາມ ສະເໜີໃຫ້ບັນດາປະເທດສະມາຊິກ Interpol ເປັນເຈົ້າການໃນການຄົ້ນຄວ້າປັບປຸງ ແລະ ສຳເລັດລະບົບກົດໝາຍສາກົນກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳໃຊ້ຄວາມຮຸນແຮງ ຕາມທິດເໝາະສົມກັບບັນດາສັນຍາສາກົນ; ເພີ່ມທະວີການລົງນາມບັນດາສັນຍາສອງຝ່າຍກ່ຽວກັບການມອບສົ່ງຕົວຜູ້ຕ້ອງໂທດ, ໜູນຊ່ວຍດ້ານຍຸດຕິທຳ, ຜ່ານນັ້ນສ້າງພື້ນຖານດ້ານກົດໝາຍໃຫ້ແກ່ການຮ່ວມມືສາກົນກ່ຽວກັບການປ້ອງກັນ ແລະ ຕ້ານອາດຊະຍາກຳ.