ຫວຽດນາມ ເຂົ້າຮ່ວມ ວາລະປະຊຸມຂັ້ນສູງຊຸດທີ 28 ສະພາສິດທິມະນຸດ ຂອງສະຫະປະຊາຊາດ
(ພາບປະກອບ)
(vovworld) – ວາລະປະຊຸມຂັ້ນສູງຊຸດທີ 28 ສະພາສິດທິມະນຸດສະຫະປະຊາຊາດ (ສປຊ) ຫາກໍ່ໄຂຂຶ້ນທີ່ Geneva, ປະເທດ ສະວິດ ຄະນະຜູ້ແທນຫວຽດນາມ ໂດຍທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຫງວຽນກ໋ວກເກື່ອງ ນຳໜ້າເຂົ້າຮ່ວມວາລະປະຊຸມຄັ້ງນີ້. ໃນສັບປະດາໄຂວາລະປະຊຸມຂັ້ນສູງ, ສະພາສິດທິມະນຸດຄາດວ່າຈະຈັດຕັ້ງບັນດາວາລະເຮັດວຽກຂັ້ນສູງ ກ່ຽວກັບບັນດາຫົວເລື່ອງສະເພາະ ເຊິ່ງລວມມີ: ການຊຸກຍູ້ບັນດາບັນຫາສິດທິມະນຸດໃນການເຄື່ອນໄຫວຂອງ ສປຊ, ການປ່ຽນແປງຂອງດິນຟ້າອາກາດ ແລະ ສິດທິມະນຸດ, ປຶກສາຫາລືກ່ຽວກັບເລື່ອງຕັດສິນປະຫານຊີວິດ. ໃນບັນດາສັບປະດາເຮັດວຽກຕໍ່ໄປ, ສະພາສິດທິມະນຸດຄາດວ່າ ຈະພິຈາລະນາເກືອບ 90 ບົດລາຍງານຂອງບັນດາກົນໄກ ສປຊ ກ່ຽວກັບສິດທິມະນຸດ, ຈັດຕັ້ງການເຮັດວຽກຫົວເລື່ອງສະເພາະ ກ່ຽວກັບສິດຂອງເດັກ, ຄົນພິການ, ຕ້ານການຈຳແນກເຊື້ອຊາດ, ການສ້າງນະໂຍບາຍແຫ່ງຊາດ ແລະ ການຮ່ວມມືດ້ານເຕັກນິກ. ຄາດວ່າທີ່ ວາລະປະຊຸມຂັ້ນສູງຊຸດທີ 28, ມີປະມານ 40 ຮ່າງມະຕິກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງສິດທິມະນຸດຈະໄດ້ຮັບການແນະນຳ ແລະ ສະພາສິດທິມະນຸດພິຈາລະນາຈະປຶກສາຫາລື ແລະ ຮັບຮອງເອົາ. ປະຈຸບັນ ຫວຽດນາມ ແມ່ນສະມາຊິກຂອງສະພາສິດທິມະນຸດອາຍຸການ 2014-2016, ແລະ ຫາກໍ່ໄດ້ຮັບການແຕ່ງຕັ້ງຈາກບັນດາປະເທດ ອາຊຽນ ເປັນຜູ້ປະສານງານຮ່ວມຄືນໃໝ່ຂອງ ອາຊຽນ ຢູ່ສະພາສິດທິມະນຸດ ສປຊ.