ຫວຽດນາມ ເຂົ້າ ຮ່ວມກອງປະຊຸມຄົບ ຄະນະຂອງອົງການ ຮ່ວມມື ແລະ ພັດທະ ນາເສດຖະກິດ
ຄະນະຫວຽດນາມ ແລະ ທ່ານ Gary Banks ປະທານ OECD
(ພາບ: vietnamplus.vn)
(vovworld) - ກອງປະຊຸມຄົບຄະນະຂອງອົງການຮ່ວມມື ແລະ ພັດທະນາເສດຖະກິດ (ຫຼື OEDC) ທີ່ຫາກໍຈັດຕັ້ງ ຢູ່ນະຄອນຫຼວງ ປາຣີ ປະເທດ ຝຣັ່ງ ໃນລະຫວ່າງວັນທີ 11 – 13/4. ເນື້ອໃນຂອງກອງປະຊຸມໄດ້ສຸມໃສ່ບັນຫາປະຕິຮູບລະບອບເສດຖະກິດ ດ້ວຍຄຳຂັວນທີ່ວ່າ “ນະໂຍບາຍດີກ່ວາ ເພື່ອໃຫ້ຊີວິດສົດໃສກ່ວາ“. ກ່ຽວກັບຈຸດປະສົງຂອງການເຂົ້າຮ່ວມກອງປະຊຸມ, ທ່ານ Nguyen Van Lam - ຮອງຫົວໜ້າກົມກວດກາລະບຽບການບໍລິຫານ ສັງກັດຫ້ອງວ່າການລັດຖະບານ, ຫົວໜ້າຄະນະຜູ້ແທນຫວຽດນາມ ໃຫ້ຮູ້ວ່າ:
“ທີ່ກອງປະຊຸມ, ຄະນະພວກເຮົາໄດ້ເອົາໃຈໃສ່ທີ່ສຸດເຖິງບັນດາບົດຮຽນກ່ຽວກັບເນື້ອໃນການປະຕິຮູບລະບຽບກົດໝາຍຂອງບາງປະເທດຢູ່ໄດ້ລາຍງານທີ່ກອງປະຊຸມ. ພວກເຮົາໄດ້ຮັບຟັງ ແລະ ເພື່ອເຫັນບັນຫາໃດທີ່ສາມາດນຳໃຊ້ຢູ່ຫວຽດນາມໄດ້, ພວກເຮົາຈະຄົ້ນຄ້ວາ ແລະ ລາຍງານຕໍ່ລັດຖະບານ ເພື່ອສາມາດນຳໃຊ້ເຂົ້າສະພາບການຕົວຈິງຂອງຫວຽດນາມ”
ຊຸມປີມໍ່ໆມານີ້, ອົງການຮ່ວມມື ແລະ ພັດທະນາເສດຖະກິດ (ຫຼື OEDC) ໄດ້ເປີດກ້ວາງຂອບເຂດການເຄື່ອນໄຫວ. ໃນນັ້ນ, ໄດ້ OEDC ເອົາໃຈໃສ່ເປັນພິເສດເຖິງຫວຽດນາມ, ພິເສດແມ່ນເມື່ອຫວຽດນາມຜັນຂະຫຍາຍໄລຍະ 2 ຂອງ ແຜນຮ່າງ 30 ກ່ຽວກັບການປະຕິຮູບລະບຽບການບໍລິຫານ. ທ່ານ Nguyen Van Lam ໃຫ້ຮູ້ຕື່ມອີກວ່າ:
”ທີ່ການເຮັດວຽກ, ພວກຂ້າພະເຈົ້າພາກພູມໃຈຫຼາຍ ເພາະວ່າບັນດາການນຳ OECD ກໍ່ຄືບັນດາພະນັກງານທີ່ມີຄວາມຮັບຜິດຊອບຂອງ OECD ໄດ້ຕີລາຄາສູງການປະຕິຮູບດ້ານການບໍລິຫານຂອງຫວຽດນາມ, ພິເສດແມ່ນການປະຕິຮູບດ້ານການບໍລິຫານນັບແຕ່ປີ 2007 ມາຮອດປະຈຸບັນ.”
ນອກນັ້ນຄະນະຜູ້ແທນຫວຽດນາມ ກໍ່ໄດ້ມີການພົບປະກັບຄະນະຜູ້ແທນຂອງ ອົດສະຕາລີ, ຮອນລັງ, ຝະລັ່ງ, ສ ເກົາຫຼີ, ມາເລເຊຍ, ອີຢີບ… ທ່ານ Nguyen Van Lam ໃຫ້ຮູ້ວ່າ, ໃນປີຈະມາເຖິງ, ຫວຽດນາມ ສືບຕໍ່ກຳນົດວ່າ ການປະຕິຮູບດ້ານລະບຽບກົດໝາຍ ແມ່ນໜຶ່ງໃນ 3 ບຸກທະລຸຍຸດທະສາດ ເພື່ອແນໃສ່ນຳປະເທດພັດທະນາໃຫ້ຂຶ້ນສູ່ລະດັບສູງໃໝ່.