ຫວຽດ​ນາມ ເປັນ​ຄູ່​ຮ່ວມ​ມື​ນັບ​ມື້​ນັບ​ມີ​ຄວາມ​ສຳ​ຄັນ​ສຳ​ລັບ​ປະ​ຊາ​ຄົມ​ສາ​ກົນ

(VOVWORLD) - ຫວຽດນາມ ໄດ້ ແລະ ກຳລັງເປັນຄູ່ຮ່ວມມືທີ່ນັບມື້ນັບມີຄວາມສຳຄັນສຳລັບປະຊາຄົມສາກົນໃນການຮ່ວມແຮງຮ່ວມໃຈແກ້ໄຂບັນດາສິ່ງທ້າທາຍລວມໃນທົ່ວໂລກ.
ຫວຽດ​ນາມ ເປັນ​ຄູ່​ຮ່ວມ​ມື​ນັບ​ມື້​ນັບ​ມີ​ຄວາມ​ສຳ​ຄັນ​ສຳ​ລັບ​ປະ​ຊາ​ຄົມ​ສາ​ກົນ - ảnh 1ທ່ານນາງ Pauline Tamesis,   ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ (ພາບ: un.org)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 78 ປີ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ ປະຈຳ ຫວຽດນາມ ໄດ້ມີຄຳແບ່ງປັນ, ຊົມເຊີຍບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້, ໃນນັ້ນ ໄດ້ຢັ້ງຢືນວ່າ: ຫວຽດນາມ ໄດ້ ແລະ ກຳລັງເປັນຄູ່ຮ່ວມມືທີ່ນັບມື້ນັບມີຄວາມສຳຄັນສຳລັບປະຊາຄົມສາກົນໃນການຮ່ວມແຮງຮ່ວມໃຈແກ້ໄຂບັນດາສິ່ງທ້າທາຍລວມໃນທົ່ວໂລກ. ພ້ອມທັງໃຫ້ຄຳໝັ້ນສັນຍາຈະຮຽງບ່າຮຽງໄຫຼ່, ສະໜັບສະໜູນ ເພື່ອສ້າງປະເທດ ຫວຽດນາມ ທີ່ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ.

        ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ, ທ່ານນາງ Pauline Tamesis, ຢັ້ງຢືນວ່າ ສປຊ ເຊື່ອໝັ້ນວ່າ  ຫວຽດນາມ ຈະຫັນສິ່ງທ້າທາຍເປັນໂອກາດ ເພື່ອຫັນປ່ຽນຮູບແບບການພັດທະນາເສດຖະກິດ - ສັງຄົມຂອງປະເທດ ໃຫ້ນັບມື້ນັບຍືນຍົງ, ຮອບດ້ານ ແລະ ເຂັ້ມແຂງກວ່າເກົ່າ, ໃນນັ້ນ ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ.

        ໃນຂະນະນັ້ນ, ທ່ານນາງ Ramla Khalidi, ຫົວໜ້າອົງການພັດທະນາ ສປຊ ປະຈຳ ຫວຽດນາມ ຖືວ່າ ຫວຽດນາມ ແມ່ນແບບຢ່າງກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ, ໂດຍສະເພາະແມ່ນໃນໄລຍະເວລາສັ້ນເປັນພິເສດ.


 

ຕອບກັບ

ຂ່າວ/ບົດ​ອື່ນ