ຫວຽດນາມ ເປັນປະທານກອງປະຊຸມກະກຽມຂໍຄຳເຫັນ ICJ ກ່ຽວກັບພັນທະຂອງປະເທດໃນບັນຫາການປ່ຽນແປງຂອງດິນຟ້າອາກາດ
(VOVWORLD) - ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ນິວຢອກ, ອາເມລິກາ) ໄດ້ເນັ້ນໜັກວ່າ ມະຕິປີ 2023 ຂອງ ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາ ການປ່ຽນແປງຂອງດິນຟ້າອາກາດ ແມ່ນສິ່ງທ້າທາຍລວມ.
ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN) |
ຕອນເຊົ້າວັນທີ 9 ມີນາ, ຕາມເວລານິວຢອກ, ອາເມລິກາ, ຄະນະຜູ້ຕາງໜ້າສອງປະເທດ ຫວຽດນາມ ແລະ Vanuatu ປະຈຳ ສປຊ ໄດ້ສົມທົບກັນຈັດຕັ້ງກອງປະຊຸມກະກຽມທາງໄກກ່ຽວກັບການປະຕິບັດລະບຽບການຂໍຄຳປຶກສາ ຂອງ ສານຍຸຕິທຳສາກົນ (ICJ) ກ່ຽວກັບພັນທະຂອງປະເທດ ໃນບັນຫາການປ່ຽນແປງຂອງດິນຟ້າອາກາດ. ເຂົ້າຮ່ວມກອງປະຊຸມມີບັນດານັກຊ່ຽວຊານນິຕິກຳ, ນັກຮຽນຮູ້ ແລະ ທະນາຍຄວາມສາກົນ ທີ່ມາຈາກກ່ວາ 20 ປະເທດ ອາຊີ - ປາຊີຟິກ, ຜູ້ຕາງໜ້າຄະນະປະຕິບັດງານຂອງບັນດາປະເທດປະຈຳ ສປຊ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ນິວຢອກ, ອາເມລິກາ) ໄດ້ເນັ້ນໜັກວ່າ ມະຕິປີ 2023 ຂອງ ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາ ການປ່ຽນແປງຂອງດິນຟ້າອາກາດ ແມ່ນສິ່ງທ້າທາຍລວມ, ກໍ່ຜົນທະກົບຢູ່ລະດັບທີ່ແຕກຕ່າງກັນສຳລັບບັນດາປະເທດ. ເພາະສະນັ້ນ, ທຸກປະເທດຕ້ອງມີຄວາມຮັບຜິດຊອບໃນການແກ້ໄຂບັນຫານີ້ຢ່າງມີຄວາມສະເໝີພາບ.
ເລື່ອງບັນດາປະເທດພວມພັດທະນາຕັ້ງໜ້າເຂົ້າຮ່ວມ ວິວັດການ ໂດຍ ICJ ພິຈາລະນາ ແລະ ປະກອບຄຳປຶກສາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດມີຄວາມໝາຍສຳຄັນຍິ່ງ, ມີຜົນກະທົບຕໍ່ຄວາມຮັບຮູ້ຂອງບັນດາປະເທດກ່ຽວກັບຄວາມຮັບຜິດຊອບດ້ານນິຕິກຳ ຂອງແຕ່ລະປະເທດ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປະກອບສວ່ນກຳນົດ ກອບນິຕິກຳກ່ຽວກັບການປ່ຽນແປງຂອງດິນຟ້າອາກາດເທື່ອລະກ້າວໃນໄລຍະຈະມາເຖິງ..