ຫວຽດ​ນາມ ເປັນ​ປະ​ທານວາ​ລະກອງ​ປະ​ຊຸມ ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ປຶກ​ສາ​ຫາ​ລື​ກ່ຽວ​ກັບ ສະ​ພາບ​ການ ຢູ່ ເຢ​ແມນ

(VOVWORLD) - ວັນທີ 16 ມັງກອນ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງ ວາລະປຶກສາຫາລືກ່ຽວກັບສະພາບການຢູ່ ເຢແມນ ພາຍໃຕ້ການເປັນປະທານຂອງ ຫວຽດນາມ, ໂດຍເປັນປະທານ ສະພາຄວາມໝັ້ນຄົງ ສປຊ ໃນເດືອນ ມັງກອນ ປີ 2020.
ຫວຽດ​ນາມ ເປັນ​ປະ​ທານວາ​ລະກອງ​ປະ​ຊຸມ ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ປຶກ​ສາ​ຫາ​ລື​ກ່ຽວ​ກັບ ສະ​ພາບ​ການ ຢູ່ ເຢ​ແມນ - ảnh 1ຫວຽດນາມ ເປັນປະທານວາລະກອງປະຊຸມ ຂອງ ສະພາຄວາມໝັ້ນຄົງ ສປຊ ປຶກສາຫາລືກ່ຽວກັບ ສະພາບການ ຢູ່ ເຢແມນ (ພາບ: baoquocte.vn)

ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໃຫ້ຮູ້ວ່າ ຫວຽດນາມ ໄດ້ແບ່ງປັນຄວາມວິຕົກກັງວົນກັບບັນດາປະເທດກ່ຽວກັບສະພາບການມະນຸດສະທຳ ຢູ່ ເຢແມນ, ກ່ຽວກັບບັນດາເຫດບຸນໂຈມຕີເຮັດໃຫ້ສາມັນຊົນໄດ້ຮັບບາດເຈັບ ແລະ ເສຍຊີວິດ, ທຳລາຍພື້ນຖານໂຄງລ່າງພົນລະເຮືອນ, ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ລະງັບໃຈ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາການເຄື່ອນໄຫວມະນຸດສະທຳຂອງ  ສປຊ. ທ່ານ ດັ້ງດິ່ງກຸ໊ຍ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຄວາມຄືບໜ້າໃນເວລາມໍ່ໆມານີ້, ຕີລາຄາສູງບົດບາດ, ການປະກອບສ່ວນຂອງ ທູດພິເສດ ເລຂາທິການໃຫຍ່ ແລະ ຄະນະປະຕິບັດງານ ສປຊ ໃນການ ໜູນຊ່ວຍ ປະຕິບັດຂໍ້ຕົກລົງ Hodeidah (UNMHA) ເພື່ອຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ຊຸກຍູ້ການປະຕິບັດ ຂໍ້ຕົກລົງ Stockholm, ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງສືບຕໍ່ສະແດງເຈດຈຳນົງດ້ານການເມືອງ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ປະຕິບັດບັນດາຂໍ້ຕົກລົງທີ່ໄດ້ຮັບການລົງນາມແລ້ວຢ່າງຄົບຖ້ວນ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການໂອ້ລົມສົນທະນາ, ເຈລະຈາ ມຸ່ງໄປສູ່ວິທີການແກ້ໄຂດ້ານການເມືອງຢ່າງຮອບດ້ານ ແລະ ຍາວນານໃຫ້ສອດຄ່ອງກັບກົດໝາຍສາກົນ ແລະ ບັນດາມະຕິທີ່ກ່ຽວຂ້ອງ ຂອງ ສປຊ ເພື່ອນຳເອົາຄວາມເຫັນດີເປັນເອກະພາບມາໃຫ້ປະເທດເຢແມນ, ຕອບສະໜອງຄວາມມຸ່ງມາດປາດຖະໜາອັນຊອບທຳຂອງປະຊາຊົນປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ