(vovworld) – ຕອນຄຳ່ວັນທີ 8/10, ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ບາລີ, ສິ້ນສຸດການເຂົ້າຮ່ວມກອງປະຊຸມຂັ້ນສູງ APEC ຄັ້ງທີ 21 ຖືກຈັດຂຶ້ນແຕ່ວັນທີ 7 – 8/10/2013 ຢູ່ ອິນໂດເນເຊຍ.
ກ່ອນທີ່ເດີນທາງກັບເມືອປະເທດ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ໄດ້ເຂົ້າຮ່ວມ 2 ວາລະປະຊຸມສຳຄັນກ່ຽວກັບ “ວິໄສທັດ APEC ກ່ຽວກັບການເຊື່ອມຕໍ່ໃນໂຄງປະກອບສາກົນ ແລະ ພາກພື້ນພວມໄດ້ຮັບການສ້າງຕັ້ງຂຶ້ນ” ແລະ “ເຕີບໂຕແບບຍື່ນໂຍງຕິດພັນກັບຍຸຕິທຳ - ຄ້ຳປະກັນດ້ານທັນຍາຫານ, ແຫຼ່ງນ້ຳ ແລະ ພະລັງງານ”. ກ່າວຄຳເຫັນທີ່ວາລະປະຊຸມຄັ້ງຕ່າງໆ, ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ: ຫວຽດນາມ ສະໜັບສະໜູນການຮັບຮອງເອົາ ແລະ ຜັນຂະຫຍາຍ “ຂອບເຂດເຊື່ອມຕໍ່ APEC” ໂດຍໄວ, ສຸມໃສ່ເຂົ້າໃນບັນດາຂົງເຂດແທດຈິງ, ພິເສດແມ່ນການເຊື່ອມຕໍ່ການລົງທຶນ ແລະ ໜູນຊ່ວຍບັນດາໂຄງການພື້ນຖານໂຄງລ່າງ, ຄົມມະນາຄົມຂົນສົ່ງ, ເຕັກໂນໂລຢີຂໍ້ມູນຂ່າວສານ, ການສຶກສາ, ການທ່ອງທ່ຽວ, ການຮັບມືກັບສະພາວະສຸກເສີນ...
ພາຍຫຼັງສິ້ນສຸດກອງປະຊຸມຂັ້ນສູງເວທີປາໄສ APEC 21, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ເຂົ້າຮ່ວມກອງປະຊຸມຂັ້ນສູງບັນດາການນຳ 12 ປະເທດສະມາຊິກຄູ່ຮ່ວມມືເຂດ ປາຊີຟິກ (TPP). ກອງປະຊຸມໄດ້ຮັບຮອງເອົາ “ຖະແຫຼງການຂອງບັນດາການນຳສັນຍາຄູ່ຮ່ວມມືເຂດ ປາຊີຟິກ” ແລະ “ບົດລາຍງານຂອງບັນດາລັດຖະມົນຕີການຄ້າສັນຍາຄູ່ຮ່ວມມືເຂດ ປາຊີຟິກ”. ບັນດາການນຳເຫັນດີເຫັນເອກະສັນແກ້ໄຂບັນດາບັນຫາທີ່ຍັງເຫຼືອເພື່ອສຳເລັດການເຈລະຈາໃນປີ 2013
ບັນດາໝາກຜົນທີ່ບັນລຸໄດ້ທີ່ກອງປະຊຸມຂັ້ນສູງ APEC 2013 ບໍ່ພຽງແຕ່ເປີດກາລະໂອກາດຮ່ວມມືລະຫວ່າງບັນດາສະມາຊິກເທົ່ານັ້ນ ຫາກຍັງເປັນຂີດໝາຍກ່ຽວກັບການປະກອບສ່ວນຂອງຫວຽດນາມ ອີກດ້ວຍ.
ສິ່ງທີ່ເປັນໜ້າສົນໃຈທີ່ສຸດໃນການປະຕິບັດງານຂອງທ່ານປະທານປະເທດ ເຈືອງເຕີນຊາງ ແມ່ນເລື່ອງ ຫວຽດນາມ ປະກາດຈະເປັນເຈົ້າການຈັດຕັ້ງກອງປະຊຸມຂັ້ນສູງ APEC ແລະ ບັນດາການເຄື່ອນໄຫວສຳຄັນຂອງເວທີປາໄສນີ້ໃນປີ 2017. ທ່ານປະທານປະເທດ ເຈືອງເຕີນຊາງ ຊີ້ແຈ້ງວ່າ:
“ເລື່ອງເປັນເຈົ້າການຈັດຕັ້ງກອງປະຊຸມຂັ້ນສູງ APEC ສະແດງໃຫ້ເຫັນຄວາມຕັດສິນໃຈຂອງ ຫວຽດນາມ ໃນການຜັນຂະຫຍາຍຢ່າງແຮງແຜນນະໂຍບາຍເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຂອງກອງປະຊຸມໃຫຍ່ພັກກອມມູນິດ ຫວຽດນາມ ຄັ້ງທີ 11, ພ້ອມທັງໃຫ້ເຫັນວິໄສທັດໄລຍະຍາວຂອງ ຫວຽດນາມ ກ່ຽວກັບ ອາຊີ - ປາຊີຟິກ ກໍ່ຄືຄວາມຫວັງປະກອບສ່ວນຂອງພວກເຮົາເຂົ້າບັນດາບັນຫາລວມຂອງພາກພື້ນ”
ຕາມທ່ານປະທານປະເທດ ເຈືອງເຕີນຊາງ ແລ້ວ, ເລື່ອງຕັ້ງໜ້າເຂົ້າຮ່ວມ ແລະ ປະກອບສ່ວນຢ່າງມີຄວາມຮັບຜິດຊອບເຂົ້າປະຊາຄົມ ອາຊຽນ ເຂົ້າເວທີປາໄສ APEC ແລະ ບັນດາຂອບເຂດຮ່ວມມືອື່ນຢູ່ພາກພື້ນໄດ້ຊ່ວຍໃຫ້ ຫວຽດນາມ ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະ ຍາດແຍ່ງບັນດາແຫຼ່ງກຳລັງສາກົນເພື່ອພັດທະນາປະເທດຊາດ. ວິວັດການເຊື່ອມໂຍງກໍ່ນຳມາເຊິ່ງບັນດາຜົນປະໂຫຍດແທດຈິງໃຫ້ແກ່ບັນດາທ້ອງຖີ່ນ, ໃຫ້ແກ່ປະຊາຄົມວິສາຫະກິດ ແລະ ໃຫ້ແກ່ປະຊາຊົນ ຫວຽດນາມ.
“ດ້ວຍຖານະເປັນປະເທດເຈົ້າພາບຂອງກອງປະຊຸມຂັ້ນສູງ APEC ປີ 2017, ພວກເຮົາມີກາລະໂອກາດລຳ້ຄ່າເພື່ອແນະນຳກັບປະຊາຄົມໂລກກ່ຽວກັບປະເທດ ຫວຽດນາມ ທີ່ປ່ຽນໃໝ່, ຂະຫຍັນຂັນເຄື່ອນ, ມີຫຼາຍຄວາມສາມາດບົ່ມຊ້ອນພັດທະນາ. ນີ້ກໍ່ແມ່ນໂອກາດເພີ່ມພຸນຄຸນສ້າງນ້ຳໃຈມິດຕະພາບລະຫວ່າງປະຊາຊົນພວກເຮົາກັບເພື່ອນມິດສາກົນ, ແມ່ນໂອກາດເພື່ອໃຫ້ບັນດາຄູ່ຮ່ວມມື, ບັນດາວິສາຫະກິດ, ບັນດາອົງການຈັດຕັ້ງພາກພື້ນ ແລະ ສາກົນ...ເຂົ້າໃຈຕື່ມອີກກ່ຽວກັບມູນເຊື້ອປະຫວັດສາດອັນພິລະອາດຫານ, ພື້ນຖານວັດທະນະທຳທີ່ເຂັມຂົ້ນໄປດ້ວຍສີສັນຊາດ, ກໍ່ຄືຜະລິດຕະພັນທີ່ເປັນເອກະລັກສະເພາະຂອງບັນດາເຂດແຄ້ວນໃນປະເທດ ຫວຽດນາມ.”
APEC 2013 ກໍ່ເປີດກາລະໂອກາດຮ່ວມມື 2 ຝ່າຍລະຫວ່າງ ຫວຽດນາມ ແລະ ບັນດາຄູ່ຮ່ວມມື. ທີ່ການພົບປະຄັ້ງຕ່າງໆ, ການພົບປະ 2 ຝ່າຍກັບບັນດາປະມຸກລັດ, ການນຳສະມາຊິກ APEC, ໃນນັ້ນມີປາທານາທິບໍດີ ອິນໂດເນເຊຍ, ເຈົ້າຊີວິດ ບຣູໄນ, ປະທານປະເທດ ຈີນ, ປະທານາທິບໍດີ ລັດເຊຍ, ຫົວໜ້າຄະນະຜູ້ແທນ ອາເມລິກາ, ນາຍົກລັດຖະມົນຕີ ຍີ່ປຸ່ນ, ອົດສະຕາລີ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ເຫັນດີເປັນເອກະສັນຕໍ່ມາດຕະການຕ່າງໆເພື່ອແນໃສ່ຫັນເປັນລະອຽດ ແລະ ຍູ້ແຮງບັນດາເນື້ອແທ້ຂອງການຮ່ວມມື, ພິເສດແມ່ນບັນດາການພົວພັນຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ.