ຫວຽດນາມ -ແດນມາກ: 50 ປີແຫ່ງການຮ່ວມມືແບບຍືນຍົງ ແລະ ຮອບດ້ານ
(VOVWORLD) -ວັນທີ 25 ພະຈິກ ປີ 2021 ແມ່ນວັນສະເຫຼີມສະຫຼອງການສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະ ແດນມາກ (25 ພະຈິກ 1971 – 20 ພະຈິກ 2021) ຄົບຮອບ 50 ປີ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານນາງນາຍົກລັດຖະມົນຕີ ແດນມາກ Mette Grederiksen (ພາບ: TTXVN) |
ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສົ່ງໂທລະເລກອວຍພອນ ໄປຍັງ ພະລາຊີນີແດນມາກ Margrethe II, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສົ່ງຈົດໝາຍໄປຍັງທ່ານນາງນາຍົກລັດຖະມົນຕີ ແດນມາກ Mette Grederiksen. ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ສົ່ງໂທລະເລກອວຍພອນໄປຍັງທ່ານລັດຖະມົນຕີການຕ່າງປະເທດ ແດນມາກ Jeppe Kofod.
50 ປີນັບແຕ່ເວລາສ້າງຕັ້ງການພົວພັນທາງການທູດ ມາຮອດປັດຈຸບັນ, ຫວຽດນາມ ແລະ ແດນມາກ ໄດ້ຕັ້ງໜ້າສ້າງຕັ້ງການພົວພັນຄູ່ຮ່ວມມືພັດທະນາແບບຍືນຍົງ, ພິເສດນັບແຕ່ເວລາສອງປະເທດ ໄດ້ລົງນາມຖະແຫຼງການຮ່ວມ ກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຢ່າງຮອບດ້ານ (ເມື່ອເດືອນກັນຍາ 2013). ສອງປະເທດ ນັບມື້ນັບເປີດກ້ວາງການຮ່ວມມືພັດທະນາໃນຫຼາຍຂົງເຂດຄື: ການເມືອງ, ເສດຖະກິດ, ວັດທະນະທຳ, ການສຶກສາ, ສິ່ງແວດລ້ອມ…
ຕາມທ່ານເອກອັກຄະລັດຖະທູດ ແດນມາກ ປະຈຳ ຫວຽດນາມ Kim Hojlund Christensen ແລ້ວ, ແດນມາກຮູ້ສຶກດີໃຈ ແລະ ເປັນກຽດ ທີ່ໄດ້ປະກອບສ່ວນເຂົ້າບັນດາຜົນງານເຊິ່ງຫວຽດນາມ ບັນລຸໄດ້ໃນວິວັດການຫັນປ່ຽນຈາກປະເທດທີ່ມີລາຍຮັບຕ່ຳກາຍເປັນປະເທດທີ່ມີລາຍຮັບປານກາງຕ່ຳ ແລະ ພວມໃນທ່າພັດທະນາ.