ຫວຽດນາມ ແລະ ຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງ ແລະ ເປີດກວ້າງ

(VOVWORLD) -ຫວຽດນາມ ແລະ ຍີ່ປຸ່ນ ແມ່ນຄູ່່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງ, ພັດທະນາການພົວພັນຮ່ວມມືໃນທຸກຂົງເຂດ ດ້ວຍຄວາມໄວ້ເນື້ອເຊື່ອໃຈສູງ
ຫວຽດນາມ ແລະ ຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງ ແລະ ເປີດກວ້າງ	 - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານ Tsutomu Takebe, ທີ່ປຶກສາພິເສດສະຫະພັນສະມາຊິກລັດຖະສະພາ ມິດຕະພາບ ຍີ່ປຸ່ນ - ຫວຽດນາມ (ພາບ: VGP)

  ຕອນບ່າຍວັນທີ 22 ກໍລະກົດ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Tsutomu Takebe, ທີ່ປຶກສາພິເສດສະຫະພັນສະມາຊິກລັດຖະສະພາ ມິດຕະພາບ ຍີ່ປຸ່ນ - ຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ຫວຽດນາມ ແລະ ຍີ່ປຸ່ນ ແມ່ນຄູ່່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງ, ພັດທະນາການພົວພັນຮ່ວມມືໃນທຸກຂົງເຂດ ດ້ວຍຄວາມໄວ້ເນື້ອເຊື່ອໃຈສູງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢັ້ງຢືນວ່າ ການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ ພັດທະນາຢ່າງແຮງໃນທຸກຂົງເຂດ, ໃນນັ້ນມີໂຄງການ ມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ ແມ່ນໂຄງການທີ່ພົ້ນເດັ່ນໃນການພົວພັນສອງປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢັ້ງຢືນວ່າ ລັດຖະບານຫວຽດນາມ ຈະກໍ່ສ້າງໂຮງຮຽນໃຫ້ຂະຫຍາຍຕົວສົມກັບການພົວພັນລະຫວ່າງສອງປະເທດ. ທ່ານ ຫງວຽນຊວັນຟຸກ ກໍປາດຖະໜາວ່າ ທ່ານ Tsutomu Takebe ຍາມໃດກໍມານະພະຍາຍາມ, ຕັ້ງໜ້າປະກອບສ່ວນເຂົ້າໃນການພົວພັນລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ.

        ສ່ວນ Tsutomu Takebe ຊີ້ແຈ້ງວ່າ ຍີ່ປຸ່ນ ຊົມເຊີຍການພັດທະນາຢ່າງແຂງແຮງ ແລະ ຂະຫຍັນຂັນເຄື່ອນຂອງຫວຽດນາມ. ທ່ານກໍຮູ້ສຶກດີໃຈທີ່ໄດ້ຮັບຂ່າວວ່າ ມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ ພັດທະນາຢ່າງແຮງໃນໄລຍະຜ່ານມາ ແລະ ຍາມໃດກໍໄດ້ຮັບການສະໜັບສະໜູນຈາກການນໍາຂັ້ນສູງສອງປະເທດ. ຝ່າຍ ຍີ່ປຸ່ນ ກໍປາດຖະໜາວ່າ ລັດຖະບານຫວຽດນາມ ຈະອະນຸມັດຜ່ານກົນໄກພິເສດທາງການເງິນໃຫ້ແກ່ມະຫາວິທະຍາໄລແຫ່ງດັ່ງກ່າວເຄື່ອນໄຫວຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ