ຫວຽດ​ນາມ ແລະ ບ​ຣູ​ໄນ ​ເພີ່ມ​ທະ​ວີການສົມ​ທົບ​ກັນ, ຍົກ​ສູງ​ບົດ​ບາດ​ໃຈ​ກາງ​ຂອງ ອາ​ຊຽນ

(VOVWORLD) - ຕອນບ່າຍວັນທີ 19 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ບຣູໄນ Dato Erywan Pehin Yusof. 
ຫວຽດ​ນາມ ແລະ ບ​ຣູ​ໄນ ​ເພີ່ມ​ທະ​ວີການສົມ​ທົບ​ກັນ, ຍົກ​ສູງ​ບົດ​ບາດ​ໃຈ​ກາງ​ຂອງ ອາ​ຊຽນ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ (ພາບ: baoquocte.vn)


       
ດ້ວຍຫົວຂໍ້ “ພ້ອມກັນເອົາໃຈໃສ່, ພ້ອມກັນກະກຽມ, ພ້ອມກັນວັດທະນາຖາວອນ”, ທ່ານລັດຖະມົນຕີ Dato Erywan Pehin Yusof ໄດ້ແບ່ງປັນກ່ຽວກັບບາງການກຳນົດທິດ ແລະ ບຸລິມະສິດໃນປີ ປະທານ ອາຊຽນ 2021, ໃນນັ້ນ, ຜັນຂະຫຍາຍບັນດາຂໍ້ລິເລີ່ມຮັບມືກັບໂລກລະບາດໂຄວິດ  - 19 ແລະ ຟື້ນຟູພາຍຫຼັງໂລກລະບາດ ທີ່ໄດ້ຮັບການຮັບຮອງເອົາໃນປີ 2020, ສົ່ງເສີມການສ້າງວິໄສທັດໃຫ້ ອາຊຽນ ພາຍຫຼັງປີ 2025… ຢັ້ງຢືນວ່າບັນດາບຸລິມະສິດ, ຂໍ້ລິເລີ່ມດັ່ງກ່າວໄດ້ສ້າງຂຶ້ນບົນພື້ນຖານສືບທອດ ແລະ ທະວີຄູນບັນດາຜົນງານທີ່ ອາຊຽນ ບັນລຸໄດ້ ໃນຊຸມປີກ່ອນ, ພິເສດແມ່ນໃນປີ 2020 ພາຍໃຕ້ການເປັນປະທານ ຂອງ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ຢັ້ງຢືນວ່າ ຫວຽດນາມ ຈະສະໜັບສະໜູນ ແລະ ຮ່ວມມືຢ່າງແໜ້ນແຟ້ນກັບ ບຣູໄນ ເພື່ອແນໃສ່ປະຕິບັດບັນດາເປົ້າໝາຍ, ຂໍ້ລິເລີ່ມທີ່ໄດ້ວາງອອກໃນປີ 2021 ຢ່າງມີໄຊ.


ຕອບກັບ

ຂ່າວ/ບົດ​ອື່ນ