ຫວຽດນາມ ແລະ ປາຣາກວາຍ ຊຸກຍູ້ການແລກປ່ຽນການຄ້າ
ທ່ານ ຫງວຽນດີງທາວ ເອກອັກຄະລັດຖະທູດ ຫວຽດນາມ ແລະ
ທ່ານເອກອັກຄະລັດຖະທູດ Luis Fernando Avalos
(ພາບ: vietnam+)
(vovworld) - ວັນທີ 07/04 ທີ່ການເຮັດວຽກກັບທ່ານ ຫງວຽນດີງທາວ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອັກຊັງຕີນ ທັງຮັບຜິດຊອບບັນຫາ ປາຣາກວາຍ ຢູ່ນະຄອນ Asuncion, ທ່ານເອກອັກຄະລັດຖະທູດ Luis Fernando Avalos ຫົວໜ້າກົມໃຫຍ່ຮັບຜິດຊອບນະໂຍບາຍ 2 ຝ່າຍກະຂວງການຕ່າງປະເທດ ປາຣາກວາຍ ຢືນຢັນຄວາມ ປາດຖະໜາຢາກຊຸກຍູ້ການແລກປ່ຽນດ້ານການຄ້າ 2 ຝ່າຍກ່ວາອີກ. ທ່ານ Avalos ຕີລາຄາສູງບັນດາບົດຮຽນໃນພາລະກິດປ່ຽນໃໝ່ຂອງ ຫວຽດນາມ ແລະ ສະເໜີ 2 ຝ່າຍຕັ້ງໜ້າຜັນຂະຫຍາຍບັນດາເອກະສານເຊິ່ງໄດ້ຮັບຄວາມເຫັນດີ ກໍ່ຄືການລົງນາມໃນບັນດາເອກະສານສະບັບໃໝ່ ເພື່ອແນໃສ່ສຳເລັດກອບກົດໝາຍໃຫ້ແກ່ການຮ່ວມມືຍາວນານ. ທ່ານ Avalos ຢືນຢັນວ່າ ເລື່ອງ ປາຣາກວາຍ ຮັບຮອງເອົາກົດລະບຽບເສດຖະກິດການຕະຫລາດຂອງ ຫວຽດນາມ ຈະປະກອບສ່ວນ ເພີ່ມວົງເງິນການຄ້າລະຫວ່າງ 2 ປະເທດຂຶ້ນ.
ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນດີງທາວ ກໍ່ສະແດງຄວາມປາດຖະໜາວ່າ ປາຣາກວາຍ ສະໜັບສະໜູນຂໍ້ສະເໜີຂອງ ຫວຽດນາມ ໃນການຄົ້ນຄວ້າຄວາມສາມາດເຈລະຈາ ແລະ ລົງນາມໃນສັນຍາບຸລິມະສິດການຄ້າລະຫວ່າງ ຫວຽດນາມ ແລະ ກຸ່ມຕະຫລາດລວມ ອາເມລິກາໃຕ້ (Mercpsur), ລວມມີ ອັກຊັງຕີນ, ບຣາຊິນ, ປາຣາກວາຍ, ອູຣູກວາຍ ແລະ ເວເນຊູເອລາ. ທ່ານເອກອັກຄະລັດຖະທູດ ຫງວຽນດີງທາວ ໃຫ້ຮູ້ວ່າ: ມີວິສາຫະກິດ ຫວຽດນາມ ປະມານ 20 ແຫ່ງຄາດວ່າຈະໄປຍັງ ປາຣາກວາຍ ສົ່ງເສີມດ້ານການຄ້າ ແລະ ການລົງທຶນໃນເດືອນ 7 ຈະມາເຖິງ ແລະ 2 ຝ່າຍຈະຈັດຕັ້ງການໂອ້ລົມສົນທະນາວິສາຫະກິດ ເພື່ອແນະນຳບັນດາຄວາມສາມາດບົ່ມຊ້ອນໃນການຮ່ວມມື ກໍ່ຄືການຊອກຫາກາລະໂອກາດແລກປ່ຽນດ້ານຄ້າຂາຍ.