ຫວຽດນາມ ແລະ ລັດເຊຍຍູ້ແຮງການຮ່ວມມືພັດທະນາດ້ານເຕັກນິກການທະຫານ
ທ່ານພົນໂທ ເຈືອງກວກແຄ້ງ ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດລັດເຊຍ |
(vovworld)- ຕອນເຊົ້າວັນທີ 13/11, ຢູ່ນະຄອນໂຮ່ຈິມິນ, ຄະນະກຳມາທິການລະຫວ່າງລັດຖະບານຫວຽດນາມ-ລັດເຊຍໄດ້ດຳເນີນກອງປະຊຸມຄັ້ງທີ 17 ກ່ຽວກັບການຮ່ວມມືທທາງດ້ານເຕັກນິກການທະຫານ ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານພົນໂທ ເຈືອງກວກແຄ້ງ ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ, ປະທານຄະນະກຳມາທິການລະຫວ່າງລັດຖະບານຫວຽດນາມ-ລັດເຊຍກ່ຽວກັບການຮ່ວມມືດ້ານ ເຕັກນິກການທະຫານ ແລະ ທ່ານ A.V Fomin ຜູ້ອຳນວຍການອົງການສະຫະພັນກ່ຽວກັບຮ່ວມມືດ້ານ ເຕັກນິກການທະຫານລັດເຊຍ, ປະທານຄະນະກຳມາທິການລະຫວ່າງລັດຖະບານ ລັດເຊຍ - ຫວຽດນາມ. ທີ່ກອງປະຊຸມ, 2 ຝ່າຍໄດ້ຕີລາຄາໝາກຜົນແຫ່ງການຮ່ວມມືດ້ານເຕັກນິກການທະຫານລະຫວ່າງ 2 ຝ່າຍໃນໄລຍະທີ່ຜ່ານມາ. 2 ຝ່າຍເຫັນດີນຳກັນວ່າ ໃນໄລຍະທີ່ຜ່ານມາ, ການພົວພັນຮ່ວມມືມິດຕະພາບລະຫວ່າງ 2 ປະເທດ ນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາໃນທຸກຂົງເຂດ, ໃນນັ້ນມີການຮ່ວມມືດ້ານການທະຫານ ແລະ ເຕັກນິກການທະຫານສືບຕໍ່ພັດທະນາຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ, ທັງນີ້ກໍເປັນການປະກອບສ່ວນເຮັດໃຫ້ສາຍພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງກອງທັບ ແລະ ປະຊາຊົນ 2 ປະເທດເລິກເຊິ່ງຍິ່ງໆຂຶ້ນໃນໄລຍະທີ່ຈະມາເຖິງ.