(vovworld) - ວັນທີ 06/12, ຢູ່ນະຄອນຫຼວງວຽງຈັນ, ຄະນະປະຕິບັດງານຂອງກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ໂດຍທ່ານ ຟ້າມຫວູລ້ວນ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ, ປະທານສະພາອົງການຈັດຕັ້ງລັດຖະມົນຕີການສຶກສາບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (SEAMEO) ໄດ້ມິຫານເຈລະຈາກັບທ່ານ ພັນຄຳ ວິພາວັນ, ກຳມະການກົມການເມືອງພັກປະຊາຊົນປະຕິວັດລາວ, ລັດຖະມົນຕີກະຊວງສຶກສາ, ກິລາລາວ ແລະ ເຮັດວຽກກັບ SEAMEO.
ທີ່ການເຈລະຈາກັບທ່ານລັດຖະມົນຕີກະຊວງສຶກສາ ແລະ ກິລາລາວ, 2 ຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບໝາກຜົນການຮ່ວມມືໃນໄລຍະຜ່ານມາ ແລະ ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານອັນໃຫຍ່ຫຼວງທີ່ບັນລຸໄດ້. ໃນປີ 2014, 2 ຝ່າຍຈະສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍໝາກຜົນບັນດາຂໍ້ຕົກລົງເຊິ່ງ 2 ຝ່າຍໄດ້ຮ່ວມມືຢ່າງມີປະສິດທິຜົນ.
ທີ່ການເຮັດວຽກັບອົງການ SEAMEO, 2 ຝ່າຍເຫັນດີຕໍ່ໝາກຜົນທີ່ບັນລຸໄດ້. ແຕ່ລະປີ, SEAMEO ໄດ້ຈັດຕັ້ງບັນດາຊຸດສຳລຸງສ້າງກ່ຽວກັບການຍົກສູງຄວາມສາມາດຊີ້ນ້ຳນຳພາ ແລະ ຄຸ້ມຄອງການສຶກສາທີ່ສະຫງວນໃຫ້ຖັນແຖວພະນັກງານຄຸ້ມຄອງການສຶກສາ. ມີຫຼາຍໂຄງການຮ່ວມມືອື່ນໆກໍ່ປະກອບສ່ວນຢ່າງແທດຈິງເຂົ້າໃນການຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ, ປະກອບສ່ວນເພີ່ມພູນຄຸນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງ 2 ປະເທດ.