ຫວຽດ​ນາມ ແລະ ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ

(VOVWORLD) -ທີ່ກອງປະຊຸມສຳມະນາດ, ບັນດາຜູ້ແທນ ໄດ້ເຮັດໃຫ້ແຈ້ງບົດບາດຂອງວັດທະນະທຳ, ມະນຸດ ທີ່ມີຕໍ່ວິວັດການປ່ຽນແປງໃໝ່ ແລະ ພັດທະນາເສດຖະກິດ ຢູ່ ຫວຽດນາມ ແລະ ລາວໃນໄລຍະຜ່ານມາ. 
ຫວຽດ​ນາມ ແລະ ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ - ảnh 1ກອງປະຊຸມສຳມະນາວິທະຍາສາດສາກົນ ທາງໄກ ດ້ວຍຫົວຂໍ້ “ບົດບາດຂອງວັດທະນະທຳ, ມະນຸດທີ່ມີຕໍ່ພາລະກິດແຫ່ງການປ່ຽນແປງໃໝ່ ແລະ ພັດທະນາຢູ່ ຫວຽດນາມ ແລະ ລາວ”  (ພາບ: VOV)

ກອງປະຊຸມສຳມະນາວິທະຍາສາດສາກົນ ທາງໄກ ດ້ວຍຫົວຂໍ້ “ບົດບາດຂອງວັດທະນະທຳ, ມະນຸດທີ່ມີຕໍ່ພາລະກິດແຫ່ງການປ່ຽນແປງໃໝ່ ແລະ ພັດທະນາຢູ່ ຫວຽດນາມ ແລະ ລາວ” ໂດຍສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ສະຖາບັນບັນດິດວິທະຍາສາດ ສັງຄົມ ຫວຽດນາມ, ສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດລາວ, ສະຖາບັນເສດຖະກິດ ແລະ ສັງຄົມແຫ່ງຊາດ ລາວ ສົມທົບກັນຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 27 ທັນວາ.

ທີ່ກອງປະຊຸມສຳມະນາດ, ບັນດາຜູ້ແທນ ໄດ້ເຮັດໃຫ້ແຈ້ງບົດບາດຂອງວັດທະນະທຳ, ມະນຸດ ທີ່ມີຕໍ່ວິວັດການປ່ຽນແປງໃໝ່ ແລະ ພັດທະນາເສດຖະກິດ ຢູ່ ຫວຽດນາມ ແລະ ລາວໃນໄລຍະຜ່ານມາ. ພ້ອມທັງ, ຢັ້ງຢືນບົດບາດຂອງວັດທະນະທຳ, ມວນມະນຸດໃນວິວັດການພັດທະນາປະເທດຊາດແບບຍືນຍົງ. ວັດທະນະທຳຕ້ອງຮັບຖືເທົ່າທຽມກັບ ເສດຖະກິດ, ການເມືອງ, ສັງຄົມ, ການພັດທະນາວັດທະນະທຳ, ການສ້າງມະນຸດຕ້ອງໄດ້ຮັບຄວາມເອົາໃຈໃສ່ຢ່າງກົມກຽວກັບການພັດທະນາເສດຖະກິດ - ສັງຄົມ. ທ່ານ ຫງວຽນຊວັນທັ໊ງ, ປະທານສະພາທິດສະດີ ສູນກາງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ເນັ້ນໜັກວ່າ:

ຕ້ອງຍູ້ແຮງການຮ່ວມມືລະຫວ່າງສອງປະເທດ ກ່ຽວກັບການເສີມຂະຫຍາຍບົດບາດວັດທະນະທຳມະນຸດ, ແຫຼ່ງຊັບພະຍາກອນມະນຸດທີ່ມີຕໍ່ພາລະກິດແຫ່ງການປ່ຽນແປງໃໝ່ ແລະ ພັດທະນາຢູ່ແຕ່ລະປະເທດ. ດັ່ງນັ້ນ, ຕ້ອງປ່ຽນແປງໃໝ່ທາງດ້ານການສຶກສາ ແລະ ບຳລຸງສ້າງໂດຍພື້ນຖານ ແລະ ຮອບດ້ານເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການປະຕິວັດ ອຸດສາຫະກຳຄັ້ງທີ 4. ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ, ການຮ່ວມມືພັດທະນາມະນຸດຢ່າງຮອບດ້ານ, ໃນນັ້ນເອົາໃຈໃສ່ເຖິງການບຳລຸງສ້າງກ່ຽວກັບຈິດໃຈຂອງຊົນຊາດ, ຄວາມຮັບຜິດຊອບຂອງພົນລະເມືອງ ໃຫ້ແກ່ຄົນລຸ້ນໜຸ່ມ, ການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ, ການຮ່ວມມືປ່ຽນແປງໃໝ່ປະດິດຄິດສ້າງກ່ຽວກັບວິທະຍາສາດເຕັກໂນໂລຢີ ແລະ ການແບ່ງປັນບົດຮຽນ, ປະສົບການໃນການຮັບມືກັບໂລກລະບາດໂຄວິດ - 19 ຢ່າງປອດໄພ, ມີໄຫວພິບ ແລະ ມີປະສິດທິຜົນເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ