( vovworld ) – ທີ່ກອງປະຊຸມລັດຖະມົນຕີເຊື່ອມຕໍ່ເສດຖະກິດຫວຽດນາມ - ສິງກະໂປ ຄັ້ງທີ 8 ເຊິ່ງໄດ້ດຳເນີນໄປໃນວັນທີ 4/4 ຢູ່ສິງກະໂປ, ສອງປະເທດໄດ້ຕົກລົງນຳກັນຈະເປີດກວ້າງຂອບເຂດການຮ່ວມມືເສດຖະກິດໃນບັນດາຂົງເຂດຄື ການເງິນ, ຂ່າວສານ, ໂທລະຄົມມະນາຄົມ ແລະ ດຳເນີນທຸລະກິດສິ້ນຄ້າ. ທ່ານລັດຖະມົນຕີການຄ້າ ແລະ ອຸດສາຫະກຳ ສິງກະໂປ Lim Heng Kiang ໄດ້ເວົ້າວ່າ, ສອງປະເທດຍັງມີຄວາມສາມາດບົມຊ້ອນຫຼາຍຢ່າງໃນການເພີ່ມທະວີການຮ່ວມມືຍ້ອນວ່າພື້ນຖານເສດຖະກິດຫວຽດນາມ ພວມສືບຕໍ່ພັດທະນາ ແລະ ເຕີບໃຫຍ່ ແລະ ມີແງ່ຫວັງຈະກາຍເປັນສູນການແລກປ່ຽນສິ້ນຄ້າໃຫ້ແກ່ບັນດາສັນຍາການຄ້າໃນອະນາຄົດ. ສິງກະໂປ ສົ່ງເສີມຫວຽດນາມ ເພີ່ມທະວີການແລກປ່ຽນການຄ້າຢູ່ສູນແລກປ່ຽນການຄ້າສິງກະໂປ ເພື່ອສະກັດກັ້ນຄວາມສ່ຽງຍ້ອນລາຄາຜະລິດຕະພັນກະເສດມີການເໜັງຕິງກໍຄືປັບປຸງບັນດາການບໍລິການການເງິນ, ພາລາທິການ ແລະ ບັນຫາອື່ນທີ່ກ່ຽວຂ້ອງ.