(ພາບ:tnmttuyenquang.gov.vn)
(vovworld)- ວັນທີ 20/6, ກອງປະຊຸມລັດຖະມົນຕີສິ່ງແວດລ້ອມຫວຽດນາມ-ສເກົາຫລີ ຄັ້ງທີ 10 ໄດ້ໄຂຂຶ້ນຢູ່ນະຄອນຫລວງເຊີອູນ ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ຫງວຽນມິງກວາງ ແລະ ລັດຖະມົນຕີກະຊວງສິ່ງແວດລ້ອມ ສເກົາຫລີ Yoon Seong kyu. ນີ້ແມ່ນການເຄື່ອນໄຫວປະຈຳປີຊື່ງສອງຝ່າຍໄດ້ສົມທົບກັນຈັດຕັ້ງຂຶ້ນພາຍຫລັງໄດ້ເຊັນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງສອງກະຊວງເມື່ອປີ 2004. ກອງປະຊຸມຄັ້ງນີ້ໄດ້ສຸມໃສ່ຕີລາຄາສະພາບການຮ່ວມມືລະຫວ່າງສອງກະຊວງໃນໄລຍະຜ່ານມາໃນຂົງເຂດສິ່ງແວກລ້ອມ, ແລກປ່ຽນຄວາມສາມາດພັດທະນາການຮ່ວມມື, ສຸມໃສ່ບັນດາເນື້ອໃນທີ່ສອງຝ່າຍມີຄວາມສົນໃຈ ແລະ ສາມາດຜັນຂະຫຍາຍປະຕິບັດໃນໄລຍະ 2012-2015. ບັນດາເນື້ອໃນຕົ້ນຕໍໄດ້ສະເໜີເພື່ອແນໃສ່ຊຸກຍູ້ການຮ່ວມມືສອງຝ່າຍລະຫວ່າງຫວຽດນາມ-ສເກົາຫລີໃນໄລຍະຈະມາເຖິງແມ່ນ: ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ເພີ່ມທະວີແຫຼ່ງຊັບພະຍາກອນມະນຸດຂະແໜງຊັບພະຍາກອນ ແລະ ສິ່ງແວດລ້ອມ, ພັດທະນາເຕັກໂນໂລຊີ ແລະ ອຸດສາຫະກຳສິ່ງແວດລ້ອມ, ກໍ່ສ້າງພື້ນຖານໂຄງລ່າງກ່ຽວກັບສິ່ງແວດລ້ອມຢູ່ຫວຽດນາມ….