ຫວຽດນາມ ແລະ ອິນເດຍ ຍູ້ແຮງການຮ່ວມມືໃນຂົງເຂດສື່ມວນຊົນ-ພິມຈຳໜ່າຍ - ກະຈາຍສຽງ
(ພາບປະກອບ)
(vovworld) - ກ່າວຄຳເຫັນທີ່ການພົບປະກັບທ່ານ M.Venkaiah Naidu ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ກະຈາຍສຽງໂທລະພາບ ອິນເດຍ ໃນຕອນບ່າຍວັນທີ 27/03 ຢູ່ສຳນັກງານຂອງກະຊວງຖະແຫຼງຂ່າວ ແລະ ກະຈາຍສຽງໂທລະພາບ ອິນເດຍ, ທ່ານ ເຈືອງມີງຕ໋ວນ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຖືວ່າ: ອິນເດຍ ແມ່ນປະເທດທີ່ມີຂົງເຂດສື່ມວນຊົນ - ພິມຈຳໜ່າຍ - ກະຈາຍສຽງໂທລະພາບພັດທະນາຢ່າງແຮງ ດັ່ງນັ້ນ 2 ຝ່າຍມີຄວາມສາມາບົ່ມຊ້ອນຫລາຍຢ່າງ ເພື່ອຍູ້ແຮງບັນດາການເຄື່ອນໄຫວຮ່ວມມື ໂດຍຜ່ານເລື່ອງເພີ່ມທະວີການພົບປະ, ແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນ. ທ່ານ ເຈືອງມີງຕ໋ວນ ໄດ້ຍົກອອກບັນດາຂໍ້ສະເໜີຮ່ວມມືຢ່າງລະອຽດຄື: ແບ່ງປັນບົດຮຽນສ້າງນະໂຍບາຍ, ກຳນົດກົດໝາຍກ່ຽວກັບການຄຸ້ມຄອງສື່ມວນຊົນ, ການພິມຈຳໜ່າຍ, ການກະຈາຍສຽງ ແລະ ໂທລະພາບ; ໜູນຊ່ວຍກັນກໍ່ສ້າງການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນການເຄື່ອນໄຫວສື່ມວນຊົນ. ສ່ວນທ່ານລັດຖະມົນຕີ Naidu ປາດຖະໜາຢາກ ໃຫ້ອິນເດຍ ແລະ ຫວຽດນາມ ສາມາດເພີ່ມທະວີການແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງ, ຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການສື່ມວນຊົນ 2 ປະເທດ ແລະ ວຽກງານກໍ່ສ້າງໃນຂົງເຂດສື່ມວນຊົນ, ກະຈາຍສຽງໂທລະພາບ, ສົ່ງເສີມການເຄື່ອນໄຫວຜະລິດຮູບເງົາຢູ່ແຕ່ລະປະເທດ ເພື່ອໃຫ້ 2 ຝ່າຍສາມາດເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນກ່ວາອີກ.