(vovworld) – ທ້າຍອາທິດຜ່ານມາ, ທີ່ມະຫາວິທະຍາໄລ Havard ( ປະເທດ ອາເມລິກາ), ໄດ້ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ນະໂຍບາຍຂອງອຳນາດການປົກຄອງ Trump: ບັນດາຜົນກະທົບສຳລັບຄວາມໝັ້ນຄົງ ແລະ ການພັດທະນາຢູ່ ອາຊີ - ປາຊີຟິກ”. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຟ້າມກວາງວີງ ຫວັງວ່າ: ຄວາມຄືບໜ້າອັນດີງາມຂອງການພົວພັນ ຫວຽດນາມ - ອາເມລິກາ ຈະສືບຕໍ່ໄດ້ຮັບການຮັກສາ ແລະ ຊຸກຍູ້ ເຖິງວ່າ ປະເທດ ອາເມລິກາ ພາຍໃຕ້ການນຳພາຂອງ ອຳນາດການປົກຄອງ Trump ພວມສ້າງຕັ້ງບັນດາບຸລິມະສິດໃນການພົວພັນກັບຕ່າງປະເທດຄືນໃໝ່. ກ່ຽວກັບບັນຫາການຄ້າເສລີ, ບັນດານັກປາຖະກະຖາລ້ວນແຕ່ຖືວ່າການກະທົບຈາກເລື່ອງ ອາເມລິກາ ຖອນອອກຈາກ TPP ສຳລັບພື້ນຖານເສດຖະກິດ ຫວຽດນາມ ຄ່ອຍໆຫລຸດລົງ, ພ້ອມທັງເນັ້ນໜັກວ່າ: ຍາມໃດ ຫວຽດນາມ ກໍ່ຕ້ອງຢູ່ໃນທ່າກຽມພ້ອມເຈລະຈາສັນຍາການຄ້າເສລີ 2 ຝ່າຍກັບ ອາເມລິກາ. ທ່ານ Dapice, ສາສະດາຈານ ກ່ຽວກັບເສດຖະກິດພັດທະນາ ອາຊີຕາເວັນອອກ ຂອງມະຫາວິທະຍາໄລ Havard, ໄດ້ຍົກອອກບາງຂໍ້ສະເໜີແນະໃຫ້ແກ່ ຫວຽດນາມ, ຄືການພັດທະນາຂະແໜງອຸດສາຫະກຳ ມີກຳລັງຄວາມສາມາດ ແລະ ກຳລັງແກ່ງແຍ້ງສູງກ່ວາ; ກຽມພ້ອມເຈລະຈາສັນຍາການຄ້າເສລີ 2 ຝ່າຍກັບ ອາເມລິກາ …