ຫວຽດນາມ ແລະ ອາເມລິກາ ສືບຕໍ່ຊຸກຍູ້ການຮ່ວມມືໃນກະສິກຳອັດສະລິຍະ ແລະ ຍືນຍົງ
(VOVWORLD) -ທ່ານລັດຖະມົນຕີກະຊວງກະສິກຳ ອາເມລິກາ Thomas Vilsack ເນັ້ນໜັກວ່າ ການພົວພັນ ອາເມລິກາ - ຫວຽດນາມ ພວມນັບມື້ນັບເລິກເຊິ່ງກ່ວາເວລາໃດໝົດ, ພິເສດແມ່ນນັບແຕ່ເວລາສອງປະເທດສ້າງການພົວພັນຄູ່ຮ່ວມມືຮອບດ້ານ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງກະສິກຳ ອາເມລິກາ Thomas Vilsack (ພາບ: dangcongsan.vn) |
ອາເມລິກາໃຫ້ຄຳໝັ້ນສັນຍາແບ່ງປັນຂໍ້ມູນ ແລະ ວິທີການທີ່ດີທີ່ສຸດກັບ ຫວຽດນາມ ເພື່ອຫຼຸດຜ່ອນ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ນັ້ນແມ່ນຄຳຢັ້ງຢືນຂອງທ່ານລັດຖະມົນຕີກະຊວງກະສິກຳ ອາເມລິກາ Thomas Vilsack ທີ່ການພົບປະກັບວົງການນັກຂ່າວໃນຕອນບ່າຍວັນທີ 19 ເມສາ, ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດປະຕິບັດງານຢູ່ ຫວຽດນາມ. ທ່ານລັດຖະມົນຕີກະຊວງກະສິກຳ ອາເມລິກາ Thomas Vilsack ເນັ້ນໜັກວ່າ ການພົວພັນ ອາເມລິກາ - ຫວຽດນາມ ພວມນັບມື້ນັບເລິກເຊິ່ງກ່ວາເວລາໃດໝົດ, ພິເສດແມ່ນນັບແຕ່ເວລາສອງປະເທດສ້າງການພົວພັນຄູ່ຮ່ວມມືຮອບດ້ານ.
ນີ້ແມ່ນຄັ້ງທີ 3 ທີ່ຂ້າພະເຈົ້າມາ ຫວຽດນາມ ແລະ ແຕ່ລະຄັ້ງທີ່ມານີ້, ຂ້າພະເຈົ້າກໍ່ລ້ວນແຕ່ຮູ້ສຶກປະທັບໃຈກ່ວາເກົ່າ ດ້ວຍຄວາມຂະຫຍັນຂັນເຄື່ອນ ແລະ ການບຸກທະລຸທາງດ້ານເສດຖະກິດ ຫວຽດນາມ. ໃນໄລຍະຈະມາເຖິງ, ຂ້າພະເຈົ້າເຊື່ອໝັ້ນວ່າ ການຮ່ວມມືໃນຂົງເຂດກະສິກຳ ລະຫວ່າງສອງປະເທດ ຈະສືບຕໍ່ພັດທະນາກ່ວາອີກ, ອີງຕາມວິໄສທັດລວມເຊ່ິງ 2 ລັດຖະບານໄດ້ພ້ອມກັນແບ່ງປັນ, ໂດຍກ່ຽວຂ້ອງເຖິງຄ້ຳປະກັນດ້ານສະບຽງອາຫານທົ່ວໂລກ ແລະ ການປ່ຽນແປງຂອງດິນຟ້າອາກາດ. ອາເມລິກາ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການຂອງຕົນກັບ ຫວຽດນາມ, ແລະພວກເຮົາຈະພ້ອມກັນຊອກຫາວິທີການເພີ່ມທະວີປະສິດທິຜົນໃນການຜະລິດຜ່ານການປ່ຽນແປງໃໝ່, ຫົວຄິດປະດິດສ້າງຕາມທິດຍືນຍົງ.
ກ່ຽວກັບການເປີດກວ້າງກາລະໂອກາດທາງການຄ້າລະຫວ່າງສອງປະເທດ, ພິເສດແມ່ນໃນຂົງເຂດກະສິກຳ, ທ່ານ Vilsack ໃຫ້ຮູ້ວ່າ ໄດ້ເຮັດວຽກກັບບັນດາອົງການທີ່ກ່ຽວຂ້ອງເພື່ອຊອກຫາກາລະໂອກາດສົ່ງອອກສິນຄ້າປະເພດໃໝ່ຈາກອາເມລິກາ ໄປຍັງ ຫວຽດນາມ ແລະ ຈາກ ຫວຽດນາມ ໄປຍັງອາເມລິກາ. ກ່ຽວກັບເປົ້າໝາຍປ່ອຍທາດພິດລົງລະດັບ 0 ເຊິ່ງສອງປະເທດລ້ວນແຕ່ວາງອອກ, ທ່ານ Vilsack ກໍ່ໃຫ້ຮູ້ວ່າ ອາເມລິກາຈະສືບຕໍ່ຮ່ວມມືກັບຫວຽດນາມ ບົນເສັ້ນທາງບັນລຸໄດ້ເປົ້າໝາຍນີ້, ໂດຍຜ່ານບັນດາຊ່ອງທາງແບ່ງປັນຂໍ້ລິເລີ່ມ ແລະ ບົດຮຽນປະສົບການໃນການປະຕິບັດກະສິກຳແບບຍືນຍົງ, ບໍ່ປ່ອຍທາດພິດ.