ຫວຽດນາມ ແລະ ເມັກຊີໂກ ເພີ່ມທະວີການຮ່ວມມືດ້ານການເງິນ

ຫວຽດນາມ ແລະ ເມັກຊີໂກ ເພີ່ມທະວີການຮ່ວມມືດ້ານການເງິນ - ảnh 1
(ພາບປະກອບ)

(vovworld) - ​​ ຄະນະ​ຜູ້​ແທນ​ການ​ນຳ​ກະຊວງ​ການ​ເງິນ ຫວຽດນາມ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ ​ໂດ​ຮວາງແອ​ງຕ໋ວນ ນຳ​ໜ້າ, ຫາ​ກໍ່​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ​ເມັກຊີ​ໂກ ​ໃນ​ລະຫວ່າງ​ວັນ​ທີ 12 – 14/02, ​​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ, ການຮ່ວມ​ມື 2 ຝ່າຍ​ໃນ​ຂົງ​ເຂດ​ການ​ເງິນ. ທີ່​ການ​ເຮັດ​ວຽກ​ກັບ​ທ່ານ Jose Antonio Meabe ລັດຖະມົນຕີ​ກະຊວງ​ການ​ເງິນ ​ແລະ ສິນ​ເຊື່ອ​ສາທາລະນະ ​ເມັກ​ຊີ​ໂກ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ກະຊວງ, ພິ​ເສດ​ແມ່ນ​ຍູ້​ໄວ​ການ​ເຈລະຈາ ​ເພື່ອ​​ກ້າວ​ໄປ​ເຖິງ​ການເຊັນ​ສັນຍາ​ຮ່ວມ​ມື​ດ້ານພາສີ ​ແລະ ສັນຍາຫຼີກລ້ຽງການ​ເກັບ​ພາສີຊ້ອນ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ ​ໂດຍອີງ​ໃສ່​ບັນ​ດາ​ໝາກຜົນ​ແຫ່ງ​ການ​​ເຈລະຈາ​ກ່ຽວ​ກັບ​ພາສີ ​ໃນພາກ​ໜຶ່ງ​ທີ່​ກ່ຽວຂ້ອງ​ໃນ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ​ເປັນ​ພື້ນຖານ​ເພື່ອ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ດ້ານພາສີ 2 ຝ່າຍ.

        ກ່ອນ​ໜ້າ​ນັ້ນ ທ່ານ​ຮອງລັດຖະມົນຕີ ​ໂດຮ່ວາງ​ແອ​ງຕ໋ວນ ​ແລະ ບັນດາ​ສະມາຊິກ​ໃນ​ຄະນະ​ໄດ້​ເຮັດ​ວຽກ​ກັບ​ທ່ານ Osvaldo Santin ຜູ້ອຳນວຍການ​ອົງການ​ຄຸ້ມ​ຄອງ​ພາສີ ​ເມັກ​ຊີ​ໂກ ​ແລະ ທ່ານ Miguel Messmacher ຮອງ​ລັດຖະມົນຕີ​ຮັບຜິດຊອບ​ແຫຼ່ງລາຍ​ຮັບ​ກະ​ຊວງ​ການ​ເງິນ ​ແລະ ສິນ​ເຊື່ອ​ສາທາລະນະ ​ເມັກ​ຊີ​ໂກ.

 

 


ຕອບກັບ

ຂ່າວ/ບົດ​ອື່ນ