ຫວຽດນາມ ແລະ ແອສໂຕນີ ຮ່ວມມືກັນໃນການປ້ອງກັນ, ສະກັດກັ້ນໂຄວິດ 19
(VOVWORLD) -ວັນທີ 29 ເມສາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ໂດ້ໂອ້ລົມທາງໂທລະສັບກັບ ທ່ານລັດຖະມົນຕີການຕ່າງປະເທດ ແອສໂຕນີ Urmas Reinsalu.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ |
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ແຈ້ງໃຫ້ທ່ານ Urmas Reinsalu ຮັບຊາບບັນດາມາດຕະການ ຊື່ງລັດຖະບານຫວຽດນາມ ພວມຕັ້ງຫນ້າຜັນຂະຫຍາຍ ແລະ ບັນດາໝາກຜົນຕັ້ງຫນ້າໃນການປ້ອງກັນ ສະກັດກັ້ນໂລກລະບາດ ພ້ອມທັງຮັກສາສະຖຽນລະພາບເສດຖະກິດ ແລະ ຮັບປະກັນການເຕີບໂຕພາຍຫລັງ ໂລກລະບາດສິ້ນສຸດ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ຢືນຢັນ: ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມື, ແບ່ງປັນບົດຮຽນກັບ ແອສໂຕນີ ແລະ ພ້ອມກັບແອສໂຕນີ ຊຸກຍູ້ການຮ່ວມມືສາກົນ ເພື່ອ ຍູ້ໂຄວິດ 19 ໃຫ້ຖອຍໄປກໍ່ຄືແກ້ໄຂສິ່ງທ້າທາຍໃນທົ່ວໂລກ.
ທ່ານລັດຖະມົນຕີການຕ່າງປະເທດ ແອສໂຕນີ Urmas Reinsalu ສະເຫນີ ສອງປະເທດ ສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນ ທີ່ສະພາຄວາມໝັ້ນຄົງ ສປຊ ໃນບັນດາບັນຫາຊື່ງປະຊາຄົມສາກົນສົນໃຈ ເປັນຕົ້ນ ເມື່ອ ແອສໂຕນີ ຈະແມ່ນປະເທດປະທານ ໝູນວຽນ ສະພາຄວາມໝັ້ນຄົງ ສປຊ ໃນເດືອນພຶດສະພາປີ 2020.