ຫວຽດນາມ ແລະ ໄທມຸ່ງໄປເຖິງການນຳວົງເງິນການຄ້າສອງສົ້ນໃຫ້ບັນລຸ 37 ຕື້ USD ໃນປີ 2025
(VOVWORLD) -ໃນຂອບເຂດການຢ້ຽມຢາມ ໄທ ຢ່າງເປັນທາງການ, ຕອນບ່າຍວັນທີ 17 ພະຈິກ, ຢູ່ນະຄອນຫຼວງບາງກອກ, ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານ ອາຄົມ ເຕິມພິທະຍາໄພສິດ ລັດຖະມົນຕີກະຊວງການເງິນໄທ ພ້ອມກັບການນຳບາງກະຊວງ, ຂະແໜງການຫວຽດນາມ ໄດ້ພົບປະກັບວິສາຫະກິດດີເດັ່ນ ຫວຽດນາມ - ໄທ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະກັບວິສາຫະກິດ ຫວຽດນາມ ດີເດັ່ນ (ພາບ: TTXVN) |
ກ່າວຄຳເຫັນທີ່ເຫດການ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕີລາຄາສູງການຮ່ວມມືລະຫວ່າງຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໄດ້ເຊັນຂໍ້ຕົກລົງການຮ່ວມມືກັບຄະນະກຳມະການການຄ້າ ໄທ ແລະ ສະເໜີໃຫ້ສອງປະເທດເພີ່ມທະວີການຮ່ວມມື ແລະ ແບ່ງປັນບົດຮຽນປະສົບການໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ແລະ ຜົນປະໂຫຍດຄືເສດຖະກິດດີຈີຕອນ, ຄວາມໝັ້ນຄົງດ້ານພະລັງງານ, ຄ້ຳປະກັນ ດ້ານສະບຽງອາຫານ, ການເຕີບໂຕຂຽວ ແລະ ຍືນຍົງ. ທ່ານປະທານປະເທດ ຫງວຽນຊວັນຟຸກ ຖືວ່າ:
ໃນເວລາ 30 ປີຜ່ານມາ, ພິເສດແມ່ນ 10 ປີໃກ້ໆນີ້, ໄທແມ່ນໜຶ່ງໃນບັນດາຄູ່ຮ່ວມມືທາງການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ. ມື້ນີ້, ທີ່ການໂອ້ລົມສົນທະນາ ຂ້າພະເຈົ້າໄດ້ເວົ້າວ່າ ສູ້ຊົນຮອດປີ 2025 ສອງປະເທດນຳວົງເງິນການຄ້າໃຫ້ຂຶ້ນເຖິງ 25 ຫາ 30 ຕື້ USD. 30 ຕື້ USD ນີ້ແມ່ນຕົວເລກທີ່ມີຄວາມໝາຍທີ່ສຸດ ແລະ ແມ່ນຕົວເລກທີ່ບັນລຸໄດ້ບໍ່ຍາກຍ້ອນວ່າປັດຈຸບັນພວກເຮົາບັນລຸໄດ້ປະມານ 20 ຕື້ USDແລ້ວ. ຄຳຖາມທີ່ຕັ້ງຂຶ້ນແມ່ນໃຜຈະເປັນ ຜູ້ບັນລຸໄດ້ຕົວເລກດັ່ງກ່າວ. ພວກເຮົາອາດຈະຢັ້ງຢືນ ແລະ ຕອບວ່າ ນັ້ນແມ່ນບັນດານັກທຸລະກິດຂອງ ສອງປະເທດ, ພິເສດແມ່ນບັນດາວິສາຫະກິດດີເດັ່ນ ປະກອບສ່ວນເຂົ້າໃນການພົວພັນດ້ານເສດຖະກິດ, ການຄ້າ ລະຫວ່າງສອງປະເທດ.