ຫວຽດນາມ ແລະ UAE ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມື
(VOVWORLD) - ທີ່ການເຈລະຈາ, ລັດຖະມົນຕີສອງທ່ານໄດ້ຕີລາຄາວ່າ ຫວຽດນາມ ແລະ UAE ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຍົກສູງປະສິດທິຜົນໃນການຮ່ວມມືໃຫ້ຫຼາຍກ່ວາອີກໃນໄລຍະຈະມາເຖິງ
ທ່ານລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ສະຫະລັດ ອາຣັບເອມິເລດ (UAE) Sheikh Abdullah bin Zayed Al Nahyan (ພາບ: ກະຊວງການຕ່າງປະເທດ) |
ຕອນເຊົ້າວັນທີ 14 ມິຖຸນາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ມີການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ສະຫະລັດ ອາຣັບເອມິເລດ (UAE) Sheikh Abdullah bin Zayed Al Nahyan ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 13 – 14 ມິຖຸນາ.
ທີ່ການເຈລະຈາ, ລັດຖະມົນຕີສອງທ່ານໄດ້ຕີລາຄາວ່າ ຫວຽດນາມ ແລະ UAE ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຍົກສູງປະສິດທິຜົນໃນການຮ່ວມມືໃຫ້ຫຼາຍກ່ວາອີກໃນໄລຍະຈະມາເຖິງ ແລະ ເຫັນດີເປັນເອກະພາບບັນດາມາດຕະການ, ແຜນການຕ້ອງໄດ້ຮັບການສົມທົບກັນຜັນຂະຫຍາຍເພື່ອຍົກສູງປະສິດທິຜົນໃນການຮ່ວມມືສອງຝ່າຍ. ຕາມນັ້ນແລ້ວ, ກ່ຽວກັບດ້ານການເມືອງ, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຕັ້ງໜ້າສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ. ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1993 - 2023), ສອງຝ່າຍໄດ້ເຫັນດີເປັນເອກະພາບຈັດຕັ້ງບັນດການເຄື່ອນໄຫວດ້ານວັດທະນະທຳ, ກິລາ, ເພີ່ມທະວີການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນເພື່ອແນໃສ່ຮັດແໜ້ນນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດໃຫ້ຫຼາຍກ່ວາອີກ.