ຫວຽດ​ນາມ ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ແລະ ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື

(VOVWORLD) -        ໂດຍສືບຕໍ່ລາຍການເຮັດວຽກໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44, 45 ແລະ ບັນດາກອງປະຊຸມສຸດຍອດທີ່ຢູ່ນະຄອນຫຼວງວຽງຈັນ, ວັນທີ 10 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນ, ກອງປະຊຸມສຸດຍອດ ອາຊຽນ + 3, ກອງປະຊຸມສຸດຮອດ ອາຊຽນ - ອົດສະຕາລີ, ກອງປະຊຸມສຸດຍອດ ອາຊຽນ - ອິນເດຍ ຄັ້ງທີ 21 ແລະ ກອງປະຊຸມສຸດຍອດພິເສດ ອາຊຽນ - ການາດາ.
ຫວຽດ​ນາມ ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ແລະ ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື - ảnh 1 ກອງປະຊຸມສຸດຍອດ ອາຊຽນ ຍີ່ປຸ່ນ ຄັ້ງທີ 27 (ພາບ:  VOV)

ໃນກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 27, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ ຕ້ອງສືບຕໍ່ເປັນແຫຼ່ງກຳລັງໜູນຕົ້ນຕໍໃນການພົວພັນ 2 ຝ່າຍ; ພ້ອມທັງຍູ້ແຮງການເຊື່ອມຕໍ່ບັນດາພື້ນຖານເສດຖະກິດ ອາຊຽນ ກັບ ຍີ່ປຸ່ນ. ທ່ານນາຍົກລັດຖະມົນຕີ ສົ່ງເສີມບັນດາວິສາຫະກິດ ຍີ່ປຸ່ນ ເພີ່ມທະວີການລົງທຶນເຂົ້າ ອາຊຽນ ຫຼາຍກວ່າອີກ, ສະເໜີ ຍີ່ປຸ່ນ ເພີ່ມທະວີການໜູນຊ່ວຍ ວິສາຫະກິດ ອາຊຽນ ເຂົ້າຮ່ວມລະບົບສະໜອງຂອງວິສາຫະກິດ ຍີ່ປຸ່ນ, ພັດທະນາຂະແໜງອຸດສາຫະກຳສຳຮອງ, ສ້າງແຫຼ່ງກຳລັງແຮງງານທີ່ມີສີມືແຮງງານສູງ. ໄປຄຽງຄູ່ກັນນັ້ນ, ຕ້ອງຊຸກຍູ້ບັນດາກຳລັງເຕີບໂຕໃໝ່ຈາກບັນດາຂົງເຂດທີ່ຫາກໍພົ້ນເດັ່ນ, ເຊັ່ນ: ການຫັນເປັນດີຈີຕອນ, ເຄິ່ງຊັກນຳໄຟຟ້າ, cloud computing, ອິນເຕີເນັດຊັບພະສິ່ງ, ການຫັນປ່ຽນພະລັງງານ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ກະສິກຳອັດສະລິຍະ…

        ໃນກອງປະຊຸມສຸດຍອດ ອາຊຽນ + 3 (ອາຊຽນ ແລະ 3 ປະເທດ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ) ຄັ້ງທີ 27, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງ 3 ການກຳນົດທິດພັດທະນາການຮ່ວມມື ອາຊຽນ + 3. ໃນນັ້ນ, ຕ້ອງຮັບປະກັນການເຊື່ອມຕໍ່ລະບົບສະໜອງ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຜັນຂະຫຍາຍຖະແຫຼງການການນຳ ອາຊຽນ +3 ກ່ຽວກັບການເພີ່ມທະວີການເຊື່ອມຕໍ່ບັນດາລະບົບສະໜອງໃນພາກພື້ນໃຫ້ເປັນລະອຽດໂດຍໄວ, ເພື່ອແນໃສ່ເຊື່ອມຕໍ່ພື້ນຖານໂຄງລ່າງ, ຫັນການຄ້າ - ການລົງທຶນເປັນສະດວກ, ສະຖຽນລະພາບດ້ານການເມືອງ, ເປີດປະຕູຕະຫຼາດ. ຖັດຈາກນັ້ນ, ຕ້ອງຍາດແຍ່ງ, ໝູນໃຊ້ບັນດາກຳລັງໜູນເຕີບໂຕໃໝ່, ບັນດາຂະແໜງການ, ຂົງເຂດຫາກໍພົ້ນເດັ່ນໃຫ້ມີປະສິດທິຜົນ ເພື່ອນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນ ແລະ ບັນດາປະເທດໃນພາກພື້ນ. ພ້ອມດຽວກັນນັ້ນ, ບັນດາປະເທດຕ້ອງສ້າງຄວາມເຂັ້ມແຂງຕໍ່ການຮັບມືກັບໄພທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ ອາຊຽນ + 3  ຍູ້ແຮງການຮ່ວມມືຄຸ້ມຄອງໄພທຳມະຊາດ  ແລະ ຫຼຸດຜ່ອນຜົນເສຍຫາຍ, ເພີ່ມທະວີຄວາມສາມາດຕ້ານທານໃຫ້ແກ່ປະຊາຄົມ, ໃຫ້ບຸລິມະສິດສູງໃນການຮ່ວມມືການຫັນປ່ຽນພະລັງງານ, ການຫັນເປັນສີຂຽວ, ປັກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.         

        ໃນກອງປະຊຸມສຸດຍອດ ອາຊຽນ - ອົດສະຕາລີຄັ້ງທີ 4, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີ ໃຫ້ ອາຊຽນ ແລະ ອົດສະຕາລີ ຕັ້ງໜ້າສ້າງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ - ອົດສະຕາລີ. ພ້ອມດຽວກັນນັ້ນ,  2 ຝ່າຍຕ້ອງສົມທົບກັນສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ພ້ອມທັງຊຸກຍູ້ບັນດາກຳລັງໜູນເຕີບໂຕໃໝ່ຢ່າງແຮງ.   ອາຊຽນ ແລະ ອົດສະຕາລີ ຕ້ອງໜູນຊ່ວຍເຊິ່ງກັນ ແລະ ກັນ ປະຕິບັດສຳເລັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ຜ່ານການເປີດກວ້າງການຮ່ວມມື, ຫັນປ່ຽນພະລັງງານ, ຫັນເປັນສີຂຽວ, ປົກປັກຮັກສາສິ່ງແວດລ້ອມ, ຫຼຸດຜ່ອນການປ່ອຍອາຍພິດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.   

        ຖັດຈາກນັ້ນ, ໃນກອງປະຊຸມສຸດຍອດ ອາຊຽນ - ອິນເດຍ ຄັ້ງທີ 21, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ອາຊຽນ ແລະ ອິນເດຍ ຕ້ອງຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນພັດທະນາຢ່າງບຸກທະລຸ, ເສີມຂະຫຍາຍທ່າແຮງທີ່ມີລັກສະນະໜູນຊ່ວຍເຊິ່ງກັນ ແລະ ກັນ ແລະ ເປີດປະຕູການຕະຫຼາດຂອງກັນໃຫ້ຫຼາຍກວ່າອີກ; ພ້ອມດຽວກັນນັ້ນ, ກໍ່ເປີດກວ້າງການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ. ທ່ານນາຍົກລັດຖະມົນຕີ ກໍປາດຖະໜາວ່າ ອິນເດຍ ຈະສືບຕໍ່ຮ່ວມມື, ໜູນຊ່ວຍຜັນຂະຫຍາຍຂອບເຂດການຮ່ວມມື ແມ່ນ້ຳຂອງ - ແມ່ນ້ຳຄົງຄາ ຢ່າງມີປະສິດທິຜົນ. ສິ້ນສຸດກອງປະຊຸມ, ບັນດາການນຳໄດ້ຮັບຮອງເອົາຖະແຫຼງການກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ - ອິນເດຍ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຢູ່ພາກພື້ນ ແລະ ຖະແຫຼງການຮ່ວມກ່ຽວກັບການຊຸກຍູ້ການຫັນເປັນດີຈີຕອນ.

        ໃນກອງປະຊຸມສຸດຍອດ ອາຊຽນ - ການາດາ ກ່ຽວກັບການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ ອາຊຽນ ແລະ ການາດາ ບຸລິມະສິດເພີ່ມທະວີການເຊື່ອມຈອດການແລກປ່ຽນການຄ້າ, ການລົງທຶນ, ສຳເລັດການເຈລະຈາສົນທິສັນຍາການຄ້າເສລີ ອາຊຽນ - ການາດາ ໃນປີ 2025. ທ່ານນາຍົກລັດຖະມົນຕີ ກໍສະເໜີ ໃຫ້ ການາດາ ຍູ້ແຮງການຮ່ວມມືຍົກສູງຄວາມສາມາດຕ້ານທານຕໍ່ບັນດາສິ່ງທ້າທາຍຂອງການປ່ຽນແປງຂອງດິນຟ້າອາກາດ, ໜູນຊ່ວຍບັນດາປະເທດ ອາຊຽນ ແລະ ພິເສດແມ່ນອະນຸພາກພື້ນແມ່ນ້ຳຂອງໃນການຫັນປ່ຽນພະລັງງານ, ປົກປັກຮັກສາສິ່ງແວດລ້ອມ, ຄວບຄຸມການຮັບມືກັບໄພທຳມະຊາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນການປ່ອຍອາຍພິດ, ມຸ່ງໄປເຖິງການພັດທະນາແບບຍືນຍົງ. ສິ້ນສຸດກອງປະຊຸມ, ການນຳບັນດາປະເທດ ອາຊຽນ ແລະ ການາດາ ເຫັນດີຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ