ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກ 2 ຄົນ

(VOVWORLD) -ປະຈຸບັນ, ຫວຽດນາມມີຈຳນວນຜູ້ຕິດເຊື້ອພະຍາດCovid - 19 ແມ່ນ 964 ຄົນ.
ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກ  2 ຄົນ - ảnh 1 ໄລ່ຮອດເວລາ 6 ໂມງວັນທີ 17 ສິງຫາ, ຫວຽດນາມມີຈຳນວນຜູ້ຕິດເຊື້ອພະຍາດCovid - 19 ແມ່ນ 964 ຄົນ (ພາບ: ກະຊວງສາທາລະນະສຸກ)

ຕາມແຫຼ່ງຂ່າວຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid -19 ແລ້ວ, ໄລ່ຮອດເວລາ 6 ໂມງວັນທີ 17 ສິງຫາ, ຫວຽດນາມມີຜູ້ຕິດເຊື້ອພະຍາດ Covid - 19 ໃໝ່ຕື່ມອີກ 2 ຄົນ,ໃນນັ້ນມີ 1 ຄົນ ຢູ່ ຫາຍເຢືອງ , 1 ຄົນ ຢູ່ ກ໋ວາງນາມ . ປະຈຸບັນ, ຫວຽດນາມ ມີຈຳນວນຜູ້ຕິດເຊື້ອພະຍາດ Covid - 19 ແມ່ນ 964 ຄົນ.

ໃນນັ້ນຜູ້ຕິດເຊື້ອ 456 ຄົນແມ່ນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ ແລະ ມີຜູ້ເສຍຊີວິດ 24 ຄົນ. ບັນດາກໍລະນີເສຍຊີວິດຢູ່ ຫວຽດນາມ ສ່ວນຫຼາຍແມ່ນ ຜູ້ອາຍຸສູງ, ມີພະຍາດປະຈຳໂຕທີ່ມີອາການເຈັບໜັກ.

ຕອບກັບ

ຂ່າວ/ບົດ​ອື່ນ