ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເຂົ້າ​ໃນ​ສະ​ພາ​ຂຸດ​ຄົ້ນ​ໄປ​ສະ​ນີ​ສາ​ກົນ ອາ​ຍຸ​ການ 2022 – 2025: ແບບ​ຢ່າງ​ໃນ​ການ​ສົມ​ທົບ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ຕ່າງ​ປະ​ເທດ

(VOVWORLD) -ຫວຽດນາມ ໄດ້ຮັບການແຕ່ງຕັ້ງເປັນປະທານ ຄະນະກໍາມະການກ່ຽວກັບການບໍລິການການເງິນໄປສະນີ ເຊິ່ງເປັນໜຶ່ງໃນ 4 ຄະນະກຳມະການຂອງສະພາໄປສະນີສາກົນ ອາຍຸການ 2022 – 2025. 
ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເຂົ້າ​ໃນ​ສະ​ພາ​ຂຸດ​ຄົ້ນ​ໄປ​ສະ​ນີ​ສາ​ກົນ ອາ​ຍຸ​ການ 2022 – 2025: ແບບ​ຢ່າງ​ໃນ​ການ​ສົມ​ທົບ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ຕ່າງ​ປະ​ເທດ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ດັ້ງຮວ່າງຢາງ (ພາບ: TTXVN)

  ກອງປະຊຸມໃຫຍ່ຄັ້ງທີ 27 ຂອງສະຫະພັນໄປສະນີສາກົນ (UPU) ຖືກຮັບການຈັດຕັ້ງຂຶ້ນໃນລະຫວ່າງວັນທີ 9 – 27 ສິງຫາ 2021 ຕາມແບບທາງໄກ ສົມທົບກັບ ໂດຍກົງ ຢູ່ນະຄອນ Abidjan, ກົດດີວາ ໃນຂອບເຂດກອງປະຊຸມໃຫຍ່, ຫວຽດນາມ ໄດ້ອອກສະໝັກເລືອກຕັ້ງເຂົ້າສະພາຂຸດຄົ້ນໄປສະນີ (POC) ຂອງສະຫະພັນ ໄປສະນີ ສາກົນ ອາຍຸການ 2022 – 2025 ເປັນຄັ້ງທຳອິດ. ນີ້ແມ່ນການເລືອກຕັ້ງທີ່ມີລັກສະນະແກ້ງແຍ້ງສູງ, ເພາະມີພຽງແຕ່ 48 ປະເທດ ໄດ້ຮັບການເລືອກຕັ້ງເຂົ້າໃນກົນໄກນີ້.

        ສະພາຂຸດຄົ້ນໄປສະນີ ເຊິ່ງ ຫວຽດນາມ ໄດ້ຮັບການເລືອກຕັ້ງນັ້ນ ແມ່ນບ່ອນວາງກຳນົດນະໂຍບາຍ ເຊິ່ງເປັນມາດຕະຖານເພື່ອໃຫ້ຂະແໜງໄປສະນີເຄື່ອນໄຫວ ບໍ່ພຽງແຕ່ຢູ່ແຕ່ລະປະເທດເທົ່ານັ້ນ ຫາກໃນທົ່ວໂລກອີກດ້ວຍ. ເພາະສະນັ້ນ, ຫວຽດນາມ ໄດ້ເຂົ້າຮ່ວມອົງການນີ້ ແມ່ນໄດ້ເຂົ້າຮ່ວມການວາງກຳນົດບັນດານະໂຍບາຍສຳຄັນທີ່ສຸດກ່ຽວກັບການໄປສະນີສາກົນ. ພາຍຫຼັງໄດ້ຮັບການເລືອກຕັ້ງ, ໃນກອງປະຊຸມກະກຽມຂອງ ສະພາອາຍຸການໃໝ່ ທີ່ຖືກຈັດຂຶ້ນຫຼັງຈາກນັ້ນ, ຫວຽດນາມ ໄດ້ຮັບການແຕ່ງຕັ້ງເປັນປະທານ ຄະນະກໍາມະການກ່ຽວກັບການບໍລິການການເງິນໄປສະນີ ເຊິ່ງເປັນໜຶ່ງໃນ 4 ຄະນະກຳມະການຂອງສະພາດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ