ຫວຽດນາມ - ໄທເພີ່ມທະວີການຮ່ວມມື ດ້ານກອງທັບອາກາດ

ຫວຽດນາມ - ໄທເພີ່ມທະວີການຮ່ວມມື ດ້ານກອງທັບອາກາດ - ảnh 1
ພົນ​ຕີ ​ເຟືອງ​ມິງຮ່ວາ ​ແລະ ຜູ້​ບັນຊາ​ການ​ກອງທັບ​ອາກາດ​ໄທ ພຣະຈີນ ຈັນ​ຕອງ
(ພາບ: vietnamplus.vn)


(vovworld) - ວັນ​ທີ 04/06, ຂໍ້​ຕົກລົງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​​ກອງທັບ​ອາກາດ ຫວຽດນາມ - ​ໄທ ​ເຊິ່ງກອງ​ບັນຊາ​ການ​ປ້ອງ​ກັນ​ອາກາດ 2 ປະ​ເທດ​​ໄດ້ເຫັນ​ດີ​ເປັນ​ເອກະ​ພາບ​ໃນ​ການ​ເຈລະຈາ ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ໄທ​ ​ເປັນ​ເວລາ 4 ວັນ​ຂອງກອງ​ບັນຊາ​ການກອງທັບ​ອາກາດ​ຫວຽດນາມ, ​ໂດຍ​​ພົນ​ຕີ ​ເຟືອງ​ມິ​ງຮ່ວາ, ຜູ້​ບັນຊາ​ການ​ທະຫານເຫຼົ່າທັບ​ອາກາດ​ຫວຽດນາມ ນຳ​ໜ້າ. ທີ່​ການ​ເຈລະຈາ​ລະຫວ່າງ​ພົນ​ຕີ ​ເຟືອງ​ມິງຮ່ວາ ​ແລະ ຜູ້​ບັນຊາ​ການ​ກອງທັບ​ອາກາດ​ໄທ ພຣະຈີນ ຈັນ​ຕອງ, 2 ຝ່າຍ​ໄດ້​ເຫັນ​ດີ​ຈະ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສຸງ​ປະຈຳ​ປີ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ບຳລຸງ​ສ້າງ, ​ແບ່ງປັນ​ຂໍ້​ມູນ​ກ່ຽວ​ກັບ​ສະພາບ​ການ​ອຸຕຸນິຍົມ, ສົມທົບ​ກັນ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ພະຍຸ​ນ້ຳ​ຖ້ວມ ​ແລະ ບັນຫາ​ວິຊາ​ການ​ແພດ​ການບິນ. ພົນ​ຕີ ​ເຟືອງ​ມິງຮ່ວາ ຢືນຢັນ​ວ່າ ຫວຽດນາມ ​ແລະ ​ໄທ ​ພວມ​ຕັ້ງໜ້າ​ກະກຽມ​ໃຫ້​ແກ່​ການຍົກ​​ການ​ພົວພັນ​ຂຶ້ນ​ສູ່​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ​ເປີດ​ສັງກາດ​ໃໝ່​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ 2 ປະ​ເທດ. ສ່ວນ​ຜູ້​ບັນຊາ​ການ​ກອງທັບ​ອາກາດ ພຣະຈີນ ຈັນ​ຕອງ ​ໃຫ້​ຮູ້​ວ່າ ສາຍ​ພົວພັນ​ອັນ​ດີງາມ​​ໃນ​ປະຈຸ​ບັນ ພວມ​ປະກອບສ່ວນ​ເຮັດ​ໃຫ້​ປະຊາຊົນ 2 ປະ​ເທດ​ຫວຽດນາມ - ​ໄທ ​ເຂົ້າ​ໃຈ​ກັນ​ກວ່າ, ພ​້ອມທັງ​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກສາ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ