ຫວຽດ​ນາມ ໝູນ​ໃຊ້ເຕັກ​ໂນ​ໂລ​ຢີ​ຊີ​ວະ​ພາບ​ເຂົ້າ​ໃນ​ຂົງ​ເຂດ​ກະ​ສິ​ກຳ

(VOVWORLD) -  ຕອນບ່າຍວັນທີ 7 ເມສາ ຢູ່ຮ່າໂນ້ຍ, ສູນກາງສະມາຄົມຊາວກະສິກອນ ຫວຽດນາມ ໄດ້ສົມທົບກັບ ສະຫະສະມາຄົມການຄ້າແນວພັນປູກ ແລະ ອົງການຈັດຕັ້ງສາກົນ ກ່ຽວກັບການໝູນໃຊ້ ແລະ ຮັບເອົາເຕັກໂນໂລຢີຊີວະພາບເຂົ້າໃນຂົງເຂດກະສິກຳ ໄດ້ຈັດກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ການປະກອບສ່ວນຂອງການໝູນໃຊ້ເຕັກໂນໂລຢີຊີວະພາບເຂົ້າໃນຂົງເຂດກະສິກຳ ຢູ່ ຫວຽດນາມ”.
ຫວຽດ​ນາມ ໝູນ​ໃຊ້ເຕັກ​ໂນ​ໂລ​ຢີ​ຊີ​ວະ​ພາບ​ເຂົ້າ​ໃນ​ຂົງ​ເຂດ​ກະ​ສິ​ກຳ - ảnh 1ກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ການປະກອບສ່ວນຂອງການໝູນໃຊ້ເຕັກໂນໂລຢີຊີວະພາບເຂົ້າໃນຂົງເຂດກະສິກຳ ຢູ່ ຫວຽດນາມ”

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນຊວັນດິ້ງ, ຮອງປະທານສູນກາງສະມາຄົມຊາວກະສິກອນ ຫວຽດນາມ ຢັ້ງຢືນວ່າ: ການໝູນໃຊ້ເຕັກໂນໂລຢີຊີວະພາບເຂົ້າໃນຂົງເຂດກະສິກຳ ແມ່ນກຳນົດທິດພັດທະນາຂອງ ລັດຖະບານ ຫວຽດນາມ ແລະ ຍາມໃດກໍແມ່ນໜຶ່ງໃນບັນດາບັນຫາຈຸດສຸມໃນການຄົ້ນຄວ້າ ແລະ ພັດທະນາຂອງ ຫວຽດນາມ. ນີ້ໄດ້ຮັບຖືວ່າ ແມ່ນມາດຕະການມຸ່ງໄປເຖິງການພັດທະນາພື້ນຖານກະສິກຳແບບຍືນຍົງ, ຊ່ວຍໃຫ້ ຫວຽດນາມ ມີຄວາມເປັນເຈົ້າການກວ່າໃນການສະໜອງສະບຽງອາຫານ, ຊ່ວຍເພີ່ມລາຍຮັບໃຫ້ແກ່ບັນດາຄອບຄົວຊາວກະສິອນຂະໜາດນ້ອຍຢູ່ ຫວຽດນາມ ແລະ ສືບຕໍ່ປະກອບສ່ວນເຂົ້າໃນຂະແໜງກະສິກຳຂອງປະເທດ.

        ຢູ່ ຫວຽດນາມ, ຕົ້ນໄມ້ທີ່ໝູນໃຊ້ເຕັກໂນໂລຢີຊີວະພາບ ໄດ້ຮັບອະນຸຍາດໃຫ້ປູກຝັງ ແລະ ຄ້າຂາຍຢ່າງເປັນທາງການ ນັບແຕ່ປີ 2014 ແລະ 2015  ແມ່ນຕົ້ນສາລີ.


ຕອບກັບ

ຂ່າວ/ບົດ​ອື່ນ