(ພາບປະກອບ)
(vovworld) – ຮອບເຈລະຈາທີ່ 11 ເຊິ່ງແມ່ນຮອບເຈາລະຈາສຸດທ້າຍກ່ຽວກັບສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ (EVFTA) ສິ້ນສຸດລົງໃນວັນທີ 23/01, ຢູ່ບຣຸກແຊນ, ປະເທດແບິນຊິກ, ພາຍຫຼັງການເຮັດວຽກເປັນເວລາ 4 ວັນ. ທ່ານເລືອງວັນທ໋າຍ, ຫົວໜ້າກົມເສດຖະກິດຫຼາຍຝ່າຍ, ກະຊວງອຸດສາຫະກຳການຄ້າ, ຮອງຫົວໜ້າຄະນະເຈລະຈາຫວຽດນາມ ໃຫ້ຮູ້ວ່າ, ຮອບເຈລະຈານີ້ 2 ຝ່າຍໄດ້ເປັນເອກະພາບບາງເນື້ອໃນທີ່ຍັງຖືກກີດຂວາງຈາກບັນດາຮອບເຈລະຈາກ່ອນນັ້ນຄື: ການບໍລິການ, ການລົງທຶນ. ທ່ານເລືອງວັນທ໋າຍ ຢືນຢັນວ່າ, ປະຈຸບັນ 2 ຝ່າຍພວມກ້າວໜ້າຖືກທິດເຊິ່ງການນຳໄດ້ເປັນເອກະພາບ, ພ້ອມທັງເຊື່ອໝັ້ນວ່າ, ສັນຍາການຄ້າເສລີລະຫວ່າງຫວຽດນາມ - EU ຈະໄດ້ຮັບການລົງນາມໂດຍໄວຖືກຕາມກຳນົດເວລາທີ່ໄດ້ວາງອອກ.