ຫົວໂປ່ຂັ້ນສູງຂອງ IS ຖືກດັບສູນຢູ່ ຊີຣີ

(VOVWORLD) - Qurashi ຖືກ “ເສຍຊີວິດພາຍຫຼັງບັນດາການປະທະກັນໂດຍກົງ” ກັບກຸ່ມທຳສົງຄາມສັກສິດ ອິດສະລາມ Hayat Tahrir al-Sham ຢູ່ແຂວງ Idlib ຂອງ ຊີຣີ.
ຫົວໂປ່ຂັ້ນສູງຂອງ IS ຖືກດັບສູນຢູ່ ຊີຣີ - ảnh 1ຫົວໂປ່ຂັ້ນສູງຂອງກຳລັງ IS, Abu al-Hussein al-Husseini al-Qurashi
(ພາບ: Reuters)

        ວັນທີ 03 ສິງຫາ, ອົງການລັດອິດສະລາມ (IS) ໃຫ້ຮູ້ວ່າ, ຫົວໂປ່ຂັ້ນສູງຂອງກຳລັງນີ້, ມີຊື່ວ່່າ Abu al-Hussein al-Husseini al-Qurashi, ຖືກດັບສູນໃນບັນດາບັ້ນການປະທະກັນເກີດຂຶ້ນຢູ່ທິດຕາເວັນຕົກພາກເໜືອ ຊີຣີ. ໂຄສົກຂອງ IS ໄດ້ແຈ້ງຂໍ້ມູນຂ່າວດັ່ງກ່າວໃນສື່ສັງຄົມອອນລາຍ Telegram ໂດຍໃຫ້ຮູ້ວ່າ, Qurashi ຖືກ “ເສຍຊີວິດພາຍຫຼັງບັນດາການປະທະກັນໂດຍກົງ” ກັບກຸ່ມທຳສົງຄາມສັກສິດ ອິດສະລາມ Hayat Tahrir al-Sham ຢູ່ແຂວງ Idlib ຂອງ ຊີຣີ. ທ້າຍປີ 2022, IS ຖະແຫຼງໄດ້ຄັດເລືອກ Abu al-Hussein al-Husseini al-Qurashi ເປັນຫົວໂປ່ສູງສຸດ, ພາຍຫຼັງທີ່ຫົວໂປ່ຂອງ IS ກ່ອນນັ້ນຖືກດັບສູນຢູ່ພາກໃຕ້ ຊີຣີ. ບົດລາຍງານຂອງສະຫະປະຊາຊາດປະກາດໃນເດືອນ ກຸມພາ 2023 ໃຫ້ຮູ້ວ່າ, ຄາດວ່າພວກ IS ມີສະມາຊິກ ແລະ ຜູ້ສະໜັບສະໜູນຢູ່ ຊີຣີ ແລະ ອີຣານ ປະມານ 5.000 – 7.000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ