ຫົວໂປ່ IS ຫຼາຍຄົນຢູ່ອີຣັກໜີໄປຊີຣີ
ທ່ານລັດຖະມົນຕີ Khaled al Obeidi
(ພາບ: FAN)
(vovworld) - ວັນທີ 30/7, ທ່ານ Khaled al Obeidi, ລັດຖະມົນຕີກະຊວງປ້ອງກັນປະເທດ ອີຣັກ ໃຫ້ຮູ້ວ່າ, ມີຫົວໂປ່ຂອງອົງການ “ລັດອິກສະລາມ“ IS ອ້າງຊື່ເອງ ໄດ້ໜີອອກຈາກນະຄອນ Mosul ໄປຍັງ ຊີຣີ ໃນສະພາບບັນດາກຳລັງ ອີຣັກກະກຽມດຳເນີນບັ້ນບຸກໂຈມຕີຂະໜາດໃຫຍ່ຢູ່ນະຄອນນີ້. ທ່ານລັດຖະມົນຕີ Khaled al Obeidi ໃຫ້ຮູ້ວ່າ, ມີຫຼາຍແຫຼ່ງຂ່າວສືບລາຊາການລັບກ່ຽວກັບຄວາມຂັດແຍ້ງກັນລະຫວ່າງບັນດາພາກສ່ວນຫົວໂປ່ຂອງ IS ພວມເພີ່ມຂຶ້ນ, ພິເສດແມ່ນກ່ຽວຂ້ອງເຖິງບັນຫາການເງິນ. ມີຫົວໂປ່ IS ຫຼາຍຄົນກໍ່ຄືຄອບຄົວບັນດາມືປືນ IS ຢູ່ Mosul ໄດ້ຂາຍຊັບສົມບັດແລ້ວໜີໄປ ຊີຣີ. ຊຳ້ບໍ່ໜຳມີພາກສ່ວນໜຶ່ງຍັງຊອກຫາວິທີໜີໄປຍັງເຂດຊາວ Kurd ຢູ່ ອີຣັກ. ໃນຫຼາຍສັບປະດາຜ່ານມາ, ບັ້ນຮົບຕ້ານ IS ພວມຢູ່ໃນທ່າກ້າວຂຶ້ນ ເມື່ອກຳລັງລັດຖະບານ ອີຣັກ ຢືດໄດ້ນະຄອນ Fullujah ແລະ ຢືດຄອງຖານທີ່ໝັ້ນທັບອາກາດສຳຄັນຢູ່ທາງທິດໃຕ້ນະຄອນ Mosul.