ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມໂງຊວນລີກຢ້ຽມຢາມໂຮງໝໍມິດຕະພາບຫວຽດນາມ-ເຢຍລະມັນ

ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມໂງຊວນລີກຢ້ຽມຢາມໂຮງໝໍມິດຕະພາບຫວຽດນາມ-ເຢຍລະມັນ - ảnh 1

(vovworld) –  ວັນ​ທີ 18/2, ພົນ​ເອກ ​ໂງ​ຊວນ​ລີກ, ຫົວໜ້າ​ກົມ​ໃຫຍ່​ກາ​ນ​ເມືອງ​ກອງທັບ​ປະຊາຊົນ ຫວຽດນາມ ​ໄດ້​ລົງ​ຢ້ຽມຢາມ​ໂຮງໝໍ​ມິດຕະພາບ ຫວຽດນາມ - ​ເຢຍລະ​ມັນ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 61 ປີ​ແຫ່ງ​ວັນ​ທ່ານໝໍ ຫວຽດນາມ (27/2/1955 – 27/2/2016). ນະ​ທີ່​ນີ້, ພົນ​ເອກ ​ໂງ​ຊວນ​ລີກ ​ໄດ້​ສະ​ແດງ​ຄວາມ​ເຄົາລົບ​ນັບຖື, ຂອບ​ອົກ​ຂອບ​ໃຈ​​ການ​ປະກອບສ່ວນ​ຂອງບັນດາ​ທ່ານໝໍ​ແຖວ​ໜ້າ​​ ພ້ອມ​ກັບ​ພະນັກ​ງານ, ລັດຖະກອນ​ໃນ​ໂຮງໝໍຂອງ​ການ​ຊ່ວຍ​ເຫຼືອ​ປິ່ນປົວ​ພະຍາດໃຫ້​ປະຊາຊົນ​ເວົ້າ​ລວມ ​ແລະ ພະນັກງານ​ຂັ້ນ​ສູງ​ຂອງ​ກອງທັບ​ປະຊາຊົນ ຫວຽດນາມ ​ເວົ້າ​ສະ​ເພາະ. ພົນ​ເອກ ​ໂງ​ຊວນ​ລີກ ​ເຊື່ອ​ໝັ້ນ​ວ່າ: ​ໂຮງໝໍ​ມິດ​ຕະພາບ ຫວຽດນາມ - ​ເຢຍລະ​ມົນ ສືບ​ຕໍ່​ພັດທະນາ​​ໃຫ້​ກາຍ​ເປັນ​ບ່ອນ​ຮາກ​ຖານ​ປິ່ນປົວພະຍາດ, ຄົ້ນ​ຄ້ວາ ​ແລະ ບ​ຳລຸງ​ສ້າງ​ທີ່​ມີ​ຄຸ​ນນະພາ​ບສູງ​ຂອງ​ຂະ​​ແໜງ​ສາທາລະນະ​ສຸກ​ ​ທົ່ວ​ປະ​ເທດ.


ຂ່າວ/ບົດ​ອື່ນ