ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພົບປະກັບຊາວຫວຽດນາມແລະນັກສຶກສາຫວຽດນາມພວມດຳລົງຊີວິດແລະຮຳ່ຮຽນຢູ່ອາເມລິກາ
ທ່ານນາງ ຮ່າທິຄຽດ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ
(ພາບ: xaluan.com)
(vovworld) - ວັນທີ 6/8, ຢູ່ນິວຢອກ ປະເທດ ອາເມລິກາ, ທ່ານນາງ ຮ່າທິຄຽດ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງໄດ້ພົບປະກັບຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ, ແລະ ຊາວ ຫວຽດນາມ, ນັກສຶກສາ ຫວຽດນາມພວມດຳລົງຊີວິດແລະຮຳ່ຮຽນຢູ່ ນິວຢອກ ປະເທດ ອາເມລິກາ.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາງ ຮ່າທິຄຽດ ເນັ້ນໜັກວ່າ: ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ ຄວນສືບຕໍ່ຊາບຊືມຢ່າງເລິກເຊິ່ງມະຕິຂອງກົມການເມືອງຊຸດທີ 9 ກ່ຽວກັບວຽກງານສຳລັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນສະພາບການໃໝ່. ສ່ວນທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ຫົວໜ້າ ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດໃຫ້ຮູ້ວ່າ: ໃນໄລຍະທີ່ຈະມາເຖິງ, ວຽກງານຂົນຂວາຍຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຈະສືບຕໍ່ຍູ້ແຮງ ເພື່ອເຊື່ອມຕໍ່ລະຫວ່າງຄົນລຸ້ນກ່ອນ ແລະ ລຸ້ນໄວໜຸ່ມ ເພື່ອດຶງດູດໄວໜຸ່ມ ຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມການເຄື່ອນໄຫວຂອງສະມາຄົມນັບມື້ນັບຫລາຍຂຶ້ນ.