ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກຮ່​ວາງ​ບິ່ງກວນ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ​ລາວ

(VOVWORLD) -ວັນທີ 29 ຕຸລາ, ຢູ່ຮ່າໂນ້ຍ, ທ່ານ ຮ່ວາງບິ່ງກວນ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານນາງສູນທອນ ໄຊຍະຈັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ (01 ພະຈິກ 1949 – 01 ພະຈິກ 2019), ມອບຫຼຽນໄຊແຮງງານຊັ້ນໜຶ່ງຂອງ ສປປ.ລາວ ໃຫ້ແກ່ຄະນະພົວພັນຕ່າງປະເທດສູນກາງຄອມມູນິດ ຫວຽດນາມ.

ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກຮ່​ວາງ​ບິ່ງກວນ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ​ລາວ - ảnh 1ທ່ານ ຮ່ວາງບິ່ງກວນ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໃຫ້ການຕ້ອນຮັບ  ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ

(ພາບ: TTXVN)

ສະແດງຄວາມປິຕິຊົມຊື່ນກ່ຽວກັບສາຍພົວພັນສາມັກຄີແບບພິເສດລະຫວ່າງຫວຽດນາມ - ລາວ ທີ່ນັບມື້ນັບພັດທະນາ, ໃນນັ້ນມີການປະກອບສ່ວນສຳຄັນຂອງ ຄະນະພົວພັນຕ່າງປະເທດສູນກາງພັກຂອງ 2 ພັກ, ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຮ່ວາງບິ່ງກວນ ຢືນຢັນວ່າ, ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິບັດລາວ ປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງ 2 ພັກ ແລະ ຂໍ້ຕົກລົງຮ່ວມມືລະຫວ່າງ 2 ຄະນະຢ່າງມີປະສິດທິຜົນ. ຜ່ານນັ້ນ, ປະກອບສ່ວນນຳການພົວພັນລະຫວ່າງຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ.

ລາຍງານກ່ຽວກັບສະພາບການຂອງລາວ ແລະ ການພົວພັນຮ່ວມມືລະຫວ່າງ 2 ຄະນະພົວພັນຕ່າງປະເທດສູນກາງພັກຫວ່າງມໍ່ໆມານີ້, ທ່ານນາງ ສູນທອນ ໄຊຍະຈັກ ຢືນຢັນວ່າ, ຄະນະພົວພັນຕ່າງປະເທດສູນກາງຂອງ 2 ພັກ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງ 2 ພັກ, 2 ລັດ ໃຫ້ບັນລຸປະສິດທິຜົນກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ